覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ໂດ​ໂນ​ທ​ຣຳ​ກ່າວ​ວ່າ ອາ​ເມ​ຣິ​ກາ​ຈະ​ຖອນ​ອອກ​ຈາກ​ສົນ​ທິ​ສັນ​ຍາ​ຂີ​ປະ​ນາ​ວຸດໄລ​ຍະ​ກາງ​ແລະ​​ມໍ່​ໄລ​ຍະ​ກາງ

2018-10-21 14:48:43 ​cri

ທ່ານ​ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ກ່າວ​ໃນເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວຫຼັງ​ຈາກ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ໂຮມ​ຊຸມ​ນຸມ​ຢູ່​ລັດເນ​ວາ​ດາ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ໃນ​ວັນ​ທີ 20 ຕຸ​ລາ​ນີ້​ວ່າ: ອາ​ເມ​ຣິ​ກາ​ຈະ​ຖອນ​ອອກ​ຈາກ​ສົນ​ທິ​ສັນ​ຍາວ່າ​ດ້ວຍ​ການ​ກຳ​ຈັດຂີ​ປະ​ນາ​ວຸດໄລ​ຍະ​ກາງ​ແລະ​ໄລ​ຍະ​ກາງ​ແ​ລະ​ມໍ່​ໄລ​ຍະ​ກາງ​​ລະ​ຫວ່າງ​ສະ​ຫະ​ພາບ​ໂຊວຽດ​-ອາ​ເມ​ຣິ​ກາ, ທັງ​ຕຳ​ໜິ​ຣັດ​ເຊຍ​ທີ່​ໄດ້​ລະ​ເມີດ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ​ໃນ​ໄລ​ຍະ​ຍາວ​ນານ​ມາ​ນີ້.
 

ທ່ານ​ໂດ​ໂນ​ທ​ຣຳ​ກ່າວ​ຕື່ມ​ວ່າ: ພວກ​ເຮົາ​ຈຳ​ເປັນ​ຕ້ອງ​ພັດ​ທະ​ນາ​ອາ​ວຸດ​ທີ່​ຖືກ​ສົນ​ທິ​ສັນ​ຍາ​ເກືອດ​ຫ້າມ​ເຫຼົ່າ​ນີ້.
 

ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ການ​ກຳ​ຈັດຂີ​ປະ​ນາ​ວຸດໄລ​ຍະ​ກາງ​ແລະ​ໄລ​ຍະ​ກາງ​ແລະ​ມໍ່​ໄລ​ຍະ​ກາງ​​ລະ​ຫວ່າງ​ສະ​ຫະ​ພາບ​ໂຊວຽດ​-ອາ​ເມ​ຣິ​ກາ ແມ່ນ​ອາ​ເມ​ຣິ​ກາ​ແລະ​ສະ​ຫະ​ພາບ​ໂຊວຽດ​ລົງ​ນາມ​ເຊັນ​ກັນ​ໃນ​ວັນ​ທີ 8 ທັນ​ວາ 1987. ສົນ​ທີ​ສັນ​ຍາ​ດັ່ງ​ກ່າວ​ກຳ​ນົດ​ໄວ້​ວ່າ: ສອງ​ປະ​ເທດ​ຈະ​ບໍ່ຄອບ​ຄອງ,ຜະ​ລິດຫຼື​ທົດ​ລອງ​ຍິງຂີ​ປະ​ນາ​ວຸດ​ຄ​ຣູ​ສ​ແບບ​ຍິງ​ຫາງ​ບົກ ແລະ​ຂີ​ປະ​ນາ​ວຸດນຳ​ວິ​ຖີໄລ​ຍະຍິງ​ລະ​ຫວ່າງ 500 -5.500 ກິ​ໂລ​ແມັດ​ອີກ​ໃນ​ຕໍ່​ໄປ.
 

ຫົວ​ໜ້າ​ສູນຫຼຸດ​ຜ່ອນ​ຄວາມ​ອັນ​ຕະ​ລາຍ​ຂອງ​ນີວ​ເຄ​ລຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ໄດ້​ຜ​ະ​ລິດຂີ​ປະ​ນາ​ວຸດ​ນຳ​ວິ​ຖີ​ໄລ​ຍະ​ສັ້ນ​ແລະ​ກາງ​ຕ່າງໆ​ເພື່ອ​ໃຊ້​ເປັນເປົ້າ​​ໃນ​ການ ​ພັດ​ທະ​ນາ​ລະ​ບົບ​ຕ້ານ​ຂີ​ປະ​ນາ​ວຸດ​ຂອງ​ຕົນ, ​ເມື່ອ​ເບິ່ງ​ຈາກ​ມາດ​ຕະ​ຖານ​ຍຸດ​ທະ​ວິ​ທີ​ສູ້​​ຮົບ​ເຊັ່ນ​ໄລ​ຍະ​ການ​ບິນ​ແລະ​ອື່ນໆ​ແລ້ວ,​ ຂີ​ປະ​ນາ​ວຸດເຫຼົ່າ​ນີ້ແມ່ນ​ນອນ​ຢູ່​ໃນ​ຂອບ​ເຂດ​ທີ່​ຖືກ​ເກືອດ​ ​ຫ້າມ​ໃນ​ສົນ​ທິ​ສັນ​ຍາ​​ດັ່ງ​ກ່າວ.  

ຄຳ​ເຫັນ

0