何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜີງ​ສົ່ງ​ຈົດ​ໝາຍ​ຕອບ​ເພື່ອໃຫ້​ກຳ​ລັງ​ໃຈ​ແກ່​ນັກ​ທຸ​ລະ​ກິດ​ເອ​ກະ​ຊົນ​ທົ່ວ​ໄປ

2018-10-21 17:14:11 CRI

ວັນ​ທີ 20 ຕຸ​ລາ​ນີ້, ທ່ານ​ສີ​ຈິ້ນ​ຜິງ, ເລ​ຂາ​ທິ​ການ​​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ຈົດ​ໝາຍ​ຕອບໃຫ້​ແກ່​ນັກ​ທຸ​ລະ​ກິດ​ເອ​ກະ​ຊົນທີ່​ໄດ້​ຮັບ​ການ​ຍ້ອງ​ຍໍ​ໃນ​ການ​ເຄື່ອນ​ໄຫວ “ໝື່ນ​ວິ​ສາ​ຫະ​ກິດ​ຊ່ວຍ​ເຫຼືອ​ໝື່ນ​ບ້ານ”, ໂດຍ​ຕີ​ລາ​ຄ​າ​ສູງ​ຕໍ່​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ທີ່​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ແລະ​ສົ່ງ​ເສີມ​ໃຫ້​ນັກ​ທຸ​ລະ​ກິດ​ເອ​ກະ​ຊົນ​​ທົ່ວ​ໄປ​ຈົ່ງ​​ມີ​ຄວາມ​ໝັ້ນ​ໃຈ​, ​ແລະພັດ​ທະ​ນາ​ວິ​ສາ​ຫະ​ກິດ​ໃຫ້​ດີ​ຢ່າງ​ໜັກ​ແໜ້ນ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ເມື່ອ​ເຫັນ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ນັບ​ມື້​ນັບຫຼາຍ​ຂຶ້ນຕັ້ງ​ໜ້າແບກ​ຫາບ​ຄວາມ​ຮັບ​ຜິດ​ຊອບ​ທາງ​ສັງ​ຄົມ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢ່າງ​ຫ້າວ​ຫັນ, ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ຢ່າງຫຼວງຫຼາຍ​​ແລະ​ໃຫ້​ເຂົາ​ເຈົ້າ​ດຳ​ລົງ​ຊີ​ວິດ​ດີຂຶ້ນ​ເລື້ອຍໆ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ພູມ​ໃຈຫຼາຍ.

 

ທ່ານ​ຊີ້​ວ່າ, ນັບແຕ່​ຈີນ​ດຳ​ເນີນ​ການ​ປະ​ຕິ​ຮູບ ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​​ຕະຫຼອດ 40 ປີ​​ຜ່ານມາ, ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ເສດ​ຖະ​ກິດ​​ພາກເອ​ກະ​ຊົນ​​ໄດ້​ພັດ​ທະ​ນາ​ເຕີບ​ໃຫຍ່ ແລະ​ເຂັ້ມ​ແຂງຂຶ້ນ, ​ແລະ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ສຳ​ຄັນ​ໃນ​ການ​ຮັກ​ສາ​ການ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ, ຊຸກ​ຍູ້​ການ​ປະ​ດິດ​ສ້າງ​ໃໝ່, ເພີ່ມ​ຕຳ​ແໜ່ງ​ປະ​ກ​ອ​ບ​ອາ​ຊີບ ແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​​ຂອງ​ປະ​ຊາ​ຊົນໃຫ້​ດີ​ຂຶ້ນ, ເຊິ່ງ​ກາຍ​ເປັ​ນ​ພະລັງ​ແຮງ​​ທີ່​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ສັງ​ຄົມ. ການ​ປະ​ກອບ​ສ່ວນ​ທາງ​ປະ​ຫວັດ​ສາດ​ຂອງ​ເສດ​ຖະ​ກິດ​​ພາກເອ​ກະ​ຊົນ​ບໍ່​ສາ​ມາດ​ລຶບ​ໄປ​​ໄດ້, ຖາ​ນະ​ບົດ​ບາດ​ຂອງ​ເສດ​ຖະ​ກິດພາກ​ເອ​ກະ​ຊົນ​ແມ່ນ​ບໍ່​ຕ້ອງ​ສົງ​ໄສ, ຖ້ອຍ​ຄຳ ຫຼື ການ​ກະ​ທຳ​ໃດໆ​ທີ່​ປະ​ຕິ​ເສດ ຫຼື ຕີ​ລາ​ຄາ​ຕ່ຳ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ນັ້ນ​ລ້ວນ​ແຕ່​ເປັນ​ຄວາມ​ຜິດ​ພາດ​ທັງ​ນັ້ນ.

 

ທ່ານສີ​ຈິ້ນ​ຜິງ​ກ່​າວ​ຕື່ມ​ວ່າ, ການ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ຂອງວິ​ສາ​ຫະ​ກິດ​ເອ​ກະ​ຊົນ, ເປັນ​ທິດ​ທາງ​ຂອງ​ສູ​ນ​ກາງ​ພັກ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ເຊິ່ງ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ຢ່າງ​ເດັດ​ຂາດ. ຫວັງ​ວ່າ​ນັກ​ທຸ​ລະ​ກິດ​ເອ​ກະ​ຊົນ​ອັນ​ໄພ​ສານ​ຈົ່ງ​ກຳ​ແໜ້ນ​ທ່າ​​ອ່ຽງ​​ລວມ​ຂອງ​ຍຸກ​ສະ​ໄໝ, ​ມີ​ຄວາມ​ໝັ້ນ​ໃຈ​​ຕໍ່​ການ​ພັດ​ທະ​ນາ, ​ສຸມ​ໃສ່​ການປະ​ດິດ​ສ້າງ​ໃໝ່, ​ພັດ​ທະ​ນາວິ​ສາ​ຫະ​ກິດ​ໃຫ້​ດີ​ຢ່າງ​ໜັກ​ແໜ້ນ, ຮ່ວມ​ແຮງ​ສ້າງ​ອະ​ນາ​ຄົດ​ອັນ​ດີ​ງາມກວ່າ​ເກົ່າ​ໃຫ້​ແກ່​ເສດ​ຖະ​ກິດ​​ພາກເອ​ກະ​ຊົນ, ປະ​ກອບ​ສ່ວນຫຼາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​ບັນ​ລຸ​ຄວາມ​ໃຝ່​ຝັນ​ຂອງ​ຈີນ​ທີ່​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ.

ຄຳ​ເຫັນ

0