尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີ​ຣານ​ປະ​ຕິ​ເສດ​ບໍ່​ໄດ້ແຊກ​ແຊງ​ການ​ເລືອກ​ຕັ້ງ​ກາງສະ​ໄໝ​ຂອງ​ອາ​ເມ​ຣິ​ກາ

2018-10-22 17:07:56 cri

ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 21 ຕຸ​ລາ​ນີ້ ໂດຍ​ໄດ້​ປະ​ຕິ​ເສດວ່າ​ບໍ່​ມີ​ສ່ວນ​ແຊກ​ແຊງ​ການ​ເລືອກ​ຕັ້ງ​​ກາງ​ສະ​ໄໝ​ຂອງ​ລັດ​ຖະ​ສະ​ພາ​ອາ​ເມ​ຣິ​ກາ.

ຖະ​ແຫຼງ​ການ​ກ່າວ​ວ່າ: ຫຼັກ​ການ​ການ​ທູດ​ທີ່​ສຳ​ຄັນຂອງ​ອີ​ຣານ​ແມ່ນ​ບໍ່​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ. ຄຳ​ໃສ່​ຮ້າຍ​ປ້າຍ​ສີຂອງ​ອາ​ເມ​ຣິ​ກາ​ຕໍ່​ອີ​ຣານ​ວ່າ​ມີເຈດ​ຕະ​ນາ​ແຊກ​ແຊງ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝຂອງ​ລັດ​ຖະສະ​ພາ​ອາ​ເມ​ຣິ​ກາບໍ່​​ມີ​ມູນ​ຄວາ​ມ​ຈິງ. ອາ​ເມ​ຣິ​ກາ​ໃຊ້​ຖ້ອຍ​ຄຳ​ແບບ​ນີ້​ໂຈມ​ຕີ​ປະ​ເທດ​ອື່ນ​ພຽງ​ເພື່ອ​ຈຸດ​ປະ​ສົງ​ທາງ​ການ​ເມືອງ​ຂອງ​ຕົນ.

ທາງ​ການ​ອາ​ເມຣິ​ກາ​ເຄີຍ​ໄດ້​​ໃສ່​ຮ້າຍ​ປ້າຍ​ສີຢ່າງ​ເປີດ​ແປນ​ໃນ​ວັນ​ທີ 19 ຕຸ​ລາ​ນີ້​ວ່າ: ລັດ​ຖະ​ບານ​ຂອງຫຼາຍ​ປະ​ເທດ​ລວມ​ທັງ​ອີ​ຣານ​ມີ​ເຈດ​ຕະ​ນາ​ຈະ​ແຊກ​ແຊງ​ແລະ​​ສ້າງ​ຜົນກະ​ທົບ​ຕໍ່​ການ​ເລືອກ​ຕັ້ງກາງ​ສະ​ໄໝ​ຂອງ​ອາ​ເມ​ຣິ​ກາ.

ການ​ເລືອກ​ຕັ້ງ​ກາງສະ​ໄໝ​ຂອງ​ລັດ​ຖະສະ​ພາ​ອາ​ເມ​ຣິ​ກາ​ຈະ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ວັນ​ທີ 6 ເດືອນໜ້າ​ນີ້.

ຄຳ​ເຫັນ

0