黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ສາ​ສະ​ໝັກຫຼາຍກວ່າ 5 ພັນ​ຄົນ​ພ້ອມ​ແລ້ວ​ທີ່​ຈະ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ

2018-10-22 10:47:40 cri

ໜັງ​ສື​ພິມ “ເສດ​ຖະ​ກິດ​ລາຍ​ວັນ” ຂອງ​ຈີນ​ລາຍ​ງານ​ວ່າ, ວັນ​ທີ 20 ຕຸ​ລາ​ນີ້, ອາ​ສາ​ສະ​ໝັກ 5000 ກວ່າ​ຄົນ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ໄດ້ສາ​ບານ​ຕົວ​​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ສູນ​ວາງ​ສະ​ແດງ​ແຫ່ງ​ຊາດ​ຊຽງ​ໄຮ.

ປັດ​ຈຸ​ບັນ, ວຽກ​ງານ​​ຄັດ​ເລືອກ​ແລະ​ຈັດ​ວາງ​ອາ​ສາ​ສະ​ໝັກ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຄັ້ງ​ນີ້​ໄດ້​ສຳ​ເລັດ​ແລ້ວ, ​ແລະ​ສາ​ມາດ​ຄັດ​ເລືອກອ​າ​ສາ​ສະ​ໝັກ​​ໄດ້ຫຼາຍກວ່າ 5400 ຄົນ, ໃນ​ນັ້ນ​ມີອາ​ສາ​ສະ​ໝັກ 152 ຄົນ​ຈະ​​ປະ​ຕິ​ບັດ​ໜ້າ​ທີ່ວຽກ​ງານ​ຄຸ້​ມ​ຄອງ​ໄລ​ຍະ​ຍາວ, ຕົ້ນ​ຕໍແມ່ນ​ພະ​ນັກ​ງານ​ທີ່​ມາ​ຈາກ​ພາກ​ສ່ວນ​ໂຮງ​ຮຽນ​ຊັ້ນ​ສູງ, ອົງ​ການ​ຈັດ​ຕັ້ງ​ແລະ​ວິ​ສາ​ຫະ​ກິດ​ຕ່າງໆ​ຂອງ​ນະ​ຄອນ​ຊຽງ​ໄຮ, ເຂົາ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ວຽກ​ງານ​ກະ​ກຽມ​ຕ່າງໆ​ເລີ່ມ​ແຕ່​ເດືອນ​ມິ​ຖຸ​ນາ​ປີ​ນີ້​ເປັນ​ຕົ້ນ​ມາ. ອາ​ສາ​ສະ​ໝັກ​ອີກ 5200 ກວ່າ​ຄົນ​ແມ່ນ​ນັກ​ສຶກ​ສາ, ເຂົາ​ເຈົ້າ​ແມ່ນ​ກຳ​ລັງ​ຕົ້ນ​ຕໍ​ຂອງ​ຖັນ​ແຖວ​ອາ​ສາ​ສະ​ໝັກ, ຈະ​ເຂົ້າ​ຮ່ວມ​ວຽກ​ງານ​ບໍ​ລິ​ການ​ຕ່າງໆ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຄັ້ງ​ນີ້, ໃນ​ນັ້ນ​ມີ​ຈຳ​ນວນ​ໜຶ່ງ​ແມ່ນ​ອາ​ສາ​ສະ​ໝັກ​ທີ່​ມາ​ຈາກ​ເຂດ​ສາມ​ຫຼ່ຽມ​ແມ່​ນ້ຳ​ຢາງ​​ຊີ​ກຽງ, ອີກ​ສ່ວນ​ໜຶ່ງ​ແມ່ນ​ອາ​ສາ​ສະ​ໝັກ​ຄົນ​ຕ່າງ​ປະ​ເທດ.

ຄຳ​ເຫັນ

0