黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອຸບັດ​ເຫດ​ທາງ​ຖະໜົນຢູ່​ໄທ​ເຮັດ​​ໃຫ້​ແຮງ​ງານ​ມຽນມາ​ເສຍ​ຊີວິດ 9 ຄົນ

2018-10-22 17:41:43 CRI

ສື່​ມວນ​ຊົນ​ໄທ​ລາຍ​ງານ​ວ່າ ​ເວລາ​ປະມານ 8:00 ​ໂມງ​ຂອງວັນ​ທີ 21 ຕຸລາ​ນີ້, ລົດ​ຕູ້​ຄັນ​ໜຶ່ງທີ່​ບັນທຸກ​ແຮງ​ງານ​ມຽນມາ 14 ຄົນພວມ​​ແລ່ນ​ຜ່າ​ສາຍ​ຝົນຢູ່​​ແຂວງ​ກຳ​ແພງ​ເພັດ ​ແລະ ມຸ່ງ​ໜ້າ​ສູ່​ແຂວງ​ຕາກ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ໄທ ​​​ເສຍຫຼັກ​​ແລ່ນຕຳ​ຕົ້ນ​ໄມ້​ຢູ່​ແຄມ​ທາງ​ແລະ​ເກີດ​ໄຟ​ໄໝ້ ສົ່ງ​ຜົນ​ເຮັດ​ໃຫ້​ແຮງ​ງານ​ມຽນມາຢູ່​​ໃນລົດ 9 ຄົນ​ເສຍຊີວິດ, ອີກ 6 ຄົນລວມທັງ​ຄົນ​ຂັບ​​ທີ່​ເປັນ​ຄົນ​ໄທໄດ້​ຮັບບາດ​ເຈັບ.

ຂ່າວ​ລາຍ​ງານ​ວ່າ ​ເມື່ອ​ໜ່ວຍ​ກູ້​ໄພ​​​ໄປ​​ເຖິງ​ສະຖານ​ທີ່ເກີດ​ເຫດ ເຫັນລົດ​ຕູ້​ຄັນ​ດັ່ງກ່າວຖືກ​ໄຟ​ໄໝ້​ຢ່າງ​ແຮງ ​ແລະ​ໄດ້​ຊ່ວຍ​ກັນ​ດັບ​​ເພີງ​ຢ່າງຮີບ​ດ່ວນ ທັງ​ສົ່ງ​ຜູ້​ໄດ້​ຮັບ​ບາດ​ເຈັບ​ໄປ​ປິ່ນປົວ​ຢູ່​ໂຮງໝໍ.

​ເຈົ້າໜ້າ​ທີ່​ຕຳຫຼວດສືບສວນ​ເບື້ອງ​ຕົ້ນ​ແລ້ວ​ເຫັນ​ວ່າ: ສາ​ເຫດ​ຂອງ​ອຸບັດ​ເຫດ​ອາດ​ຈະ​ແມ່ນ​ຍ້ອນຄົນ​ຂັບ​ເຫງົານອນຂະນະ​ທີ່​ຂັບ​ລົດ ​ແລະ ​ໃນຂະນະ​ນັ້ນພວມ​ມີ​ຝົນຕົ​ກໜັກ​ ຈຶ່ງ​ພາ​ໃຫ້​ລົດ​ຕູ້​ຄັນ​ນີ້​​ເຈືອກ​ອອກ​ຈາກ​ຖະໜົນ​ແລະ​ຕຳ​ຕົ້ນ​ໄມ້​ໃຫຍ່​ຢູ່​ແຄມ​ທາງ. ຂະນະ​ທີ່​ສາ​ເຫດ​​ລະອຽດ​ຂອງ​ອຸບັດ​ເຫດ​ພວມ​ສືບສວນ​ຢູ່.

ຄຳ​ເຫັນ

0