覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຳ​ປັ່ນ​ຮົບ​ຈີນ​ແລະ​ບັນ​ດາ​ປະ​ເທດ​ອາ​ຊ​ຽນ​ພ້ອມ​ແລ້ວ​ຈະ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຮ່ວມ​ທາງ​ທະ​ເລ 2018

2018-10-22 10:53:59 cri

 ເວ​ລາ 16 ໂມງ​ຂອງວັນ​ທີ 21 ຕຸ​ລາ​ນີ້, ໄປ​ພ້ອມໆ​ກັບ​ກຳ​ປັ່ນສະ​ໜັບ​ສະ​ໜູນ​​ດ້ານພະ​ລາ​ທິ​ການ “ດາ​ກູ​​ພານ” ​ຂອງກອງ​ທັບ​ເຮືອ​ຟີ​ລິບ​ປິນ​ເດີນ​ທາງ​ໄປ​ເຖິງ​ທ່າ​ກຳ​ປັ່ນ​ຮົບ​ແຫ່ງ​ໜຶ່ງ​ຂອງ​ນະ​ຄອນ​ຈ້ານ​ຈ່ຽງແຂວງກວາງ​ຕຸ້ງ ສ​ປ ຈີນ, ກຳ​ປັ່ນ​ຮົບ​ປະ​ເທດ​ຕ່າງ​ໆ​ໄດ້​ເດີນ​ທາງ​ມາ​ເຕົ້າ​ໂຮມ​ກັນ​ຮຽບ​ຮ້ອຍ​ແລ້ວ​ເພື່ອ​ກຽມ​ພ້ອມ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຮ່ວມ​ທາງ​ທະ​ເລຈີນ-ອາ​ຊຽນ 2018.
 

ໃນ​ນີ້, ຈີນ​ຈະ​ສົ່ງ​ກຳ​ປັ່ນ​ສະ​ກັດ​ຂີ​ປະ​ນາ​ວຸດ “ກວາງ​ໂຈ່ວ”, ກຳ​ປັ່ນ​ປ້ອງ​ກັນ​ຂີ​ປະ​ນາ​ວຸດ “ຮວງ​ຊ່ານ”​ແລະ​ກຳ​ປັ່ນ​ລຳ​ລຽງ “ຈຸ່ນຊ່ານ​ຮູ”​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຄັ້ງ​ນີ້.
 

ການ​ຊ້ອມ​ຮົບ​ຮ່ວມ​ດັ່ງ​ກ່າວ​ຈະ​ຈັດ​ຂຶ້ນ​ແຕ່​ວັ​ນ​ທີ 22-28 ຕຸ​ລາ​ນີ້ ໂດຍ​ບັນ​ດາ​ຝ່າຍ​ທີ່​ເຂົ້າ​ຮ່ວມ​ຈະ​ປິ່ນ​ອ້ອມ​ການ​ປະ​ຕິ​ບັດ​ລະ​ບຽບ​ການ​ວ່າ​ດ້ວຍ​ການ​ພົບ​ພໍ້​ກັນ​ທາງ​ທະ​ເລ​​ໂດຍ​ບັງ​ເອີນ, ການ​ຊອກ​ຄົ້ນ​ແລະ​ຊ່ວຍ​ເຫຼືອ​ຮ່ວມ, ການ​ກູ້​ໄພ​ຮ່ວມ​ທາງ​ທະ​ເລ​ແລະ​ອື່ນໆ​ເພື່ອ​ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ຝຶກ​ຊ້ອມ​ຈິງ​ທາງ​ການ​ທະ​ຫານ​ ​ຢູ່​ເຂດ​ທະ​ເລ​ຈ້ານ​ຈ່ຽງ​ພ້ອມ​ດ້ວຍ​ນ່ານ​ຟ້າ​ແລະ​ເຂດ​ທະ​ເລ​​ຕາ​ເວັນ​ອອກ. ການ​ຊ້ອມ​ຮົບ​ເທື່ອ​ນີ້​ເປັນ​ການ​ເຄື່ອນ​ໄຫວຄັ້ງ​ສຳ​ຄັນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ-ອາ​ຊຽນ, ລົງ​ເລິກ​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ​ແລະ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ລະ​ຫວ່າງ​ຈີນ-ອາ​ຊຽນ, ເພີ່ມ​​ທະ​ວີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຂອງ​ສອງ​ຝ່າຍ, ເຊິ່ງ​ຈະ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ສາຍ​ພົວ​ພັນ​ທາງ​ການ​ທະ​ຫານ​ລະ​ຫວ່າງ​ຈີ​ນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ​ທາງ​ທະ​ເລ, ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຮ່ວມ​ກັນ​ຮັບ​ມື​ກັບ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ.

ຄຳ​ເຫັນ

0