黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ແດງ​ສິລະ​ປະ​ຕຸກກະຕາ​ດັ້ງ​ເດີມ​ຂອງ​ຈີນ​ຢູ່​ສິງກະ​ໂປ

2018-10-22 15:11:11 CRI

​ແຕ່​ວັນ​ທີ 20-21 ຕຸລາ​ນີ້, ຄະນະ​ລະຄອນ​ຕຸກ​ກະຕາກ​ວາງ​ຊີ​ຈີນ​​ໄດ້​ຈັດງານ​ວາງສະ​ແດງ​ຕຸກກະຕາ​ດັ້ງ​ເດີມ​ຂອງ​ຈີນສອງຄັ້ງ​ຢູ່​ໂຮງ​ລະຄອນ​ສູນວັດທະນະທຳ​ຈີນ​ທີ່​ສິງກະ​ໂປ ​ໂດຍ​ມີ​ການ​ວາງສະ​ແດງສິລະ​ປະຕຸກກະຕາ ທັງ​ມີ​ການສະ​ແດງ​ແລະ​ແລ​ກປ່ຽນ​ກັບ​ຜູ້​ຊົມ ​ເຮັດ​ໃຫ້​ຜູ້​ຊົມ​ທັງຫຼາຍ​ໄດ້​ເຂົ້າ​ໃຈ​ເຖິງ​ສິລະ​ປະ​ຕຸກກະຕາ​ດັ້ງ​ເດີມ​ຂອງ​ຈີນ​ຢ່າງຮອບດ້ານ.

​ໃນ​ລາຍການ​ສະ​ແດງ​ເທື່ອ​ນີ້, ມີ​ລະຄອນ​ຕຸກກະຕາອາ​ມະຕະທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ການ​ຮ່ວມ​ມື ​ເຊັ່ນ: “ພະ​ສາມ​ອົງ”, “​ເອີ້ຫຼາງກູ້​ຊີວິດແມ່” ທີ່​ສົ່ງ​ເສີມ​ສິນ​ທຳ, ສັດຈະທຳ ​ແລະ ຄວາມກະຕັນຍູ, ທັງ​ມີ​ການສະ​ແດງ​ລະຄອນຕຸກກະຕາ “ປ່ຽນ​ໜ້າ” ​ເຊິ່ງ​ເປັນ​ສີມື​ສຸດຍອດ​​ໃນ​ລະຄອນ​ເສ​ສວນ, ການ​ຂຽນ​ງາມ​ດ້ວຍ​ຕຸກກະຕາ​ທີ່​ເຮັດ​ໃຫ້​ຄົນ​ຕົກສະ​ເງີ້ ​ແລະ​ອື່ນໆ.

ຂະນະ​ດຽວ​ກັນ, ນັກສະ​ແດງ​ຍັງ​ໄດ້​ແນະນຳ​ປະ​ເພດ​ແລະ​ຈຸດ​ພິ​ເສດ​ຂອງ​ລະຄອນ​ຕຸກກະຕາ​ຈີນ​ໃຫ້​ຜູ້​ຊົມ​ໄດ້​ຮັບ​ຊາບ​ ​ແລະ ​ເຊີນ​ຜູ້​ຊົມ​ຂຶ້ນ​ເວທີ​ໄປ​​ເບິ່ງ​ແລະ​ຮຽນ​ການ​ຄວບ​ຄຸມ​ຕຸກກະຕາ​ອີກ​ດ້ວຍ. ນອກ​ນີ້, ຢູ່​ນອກ​​ໂຮງ​ລະຄອນຍັງ​ໄດ້​ຈັດ​​ໃຫ້​ມີ​ການວາງສະ​ແດງ​ສິລະ​ປະ​ຕຸກກະຕາ ​ແລະ ການ​ເຮັດ​ຕຸກກະຕາ​ແບບ​ງ່າຍດາຍ​ນຳ​ອີກ.

ຄຳ​ເຫັນ

0