黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄົ້ນຫານັກຮ້ອງເພງຈີນເກັ່ງທີ່​ສຸດໃນລາວ.

2018-10-22 16:59:26 cri

圖片默認標題_fororder_44370871_2305654156330003_2002213998484783104_o
 

ເພື່ອເປີດໂອກາດໃຫ້ມວນຊົນສອງຊາດລາວ-ຈີນສະແດງຄວາມສາມາດທາງດ້ານການຮ້ອງ ເພງພາສາຈີນຂອງຕົນໃນລະຫວ່າງວັນທີ 20-21 ຕຸລານີ້,  ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ໄດ້ຈັດການແຂ່ງຂັນຮ້ອງເພງຈີນ “ເພື່ອຄວາມຮັກແພງລາວ-ຈີນ” ຄັ້ງທີ 3, ຮອບຄັດເລືອກ ພາຍໃຕ້ການຊີ້ນໍາຂອງກະຊວງຖະແຫຼງຂ່າວ,​ ວັດທະນະທໍາ ແລະທ່ອງທ່ຽວ ແລະສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ທີ່ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນໂດຍ ວິທະຍຸສາກົນແຫ່ງປະເທດຈີນ (CRI) ປະຈໍາລາວ ຮ່ວມກັບສະຖາບັນຂົງ​ຈື້ ມະຫາວິທະຍາໄລແຫ່ງຊາດລາວ ແລະໂທລະພາບເຂດ ກວາງຊີ ສປ ຈີນ.  ການແຂ່ງຂັນຄັ້ງນີ້ມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 150 ກວ່າຄົນ ​ມີມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ການແຂ່ງຂັນຮ້ອງເພງຈີນ “ເພື່ອຄວາມຮັກແພງລາວ-ຈີນ”  ຄັ້ງທີ 3, ແມ່ນໄດ້ແບ່ງອອກ ເປັນສາຍສອງສາຍຄື: ສາຍຄົນຈີນ ແລະສາຍຄົນລາວ, ໃນຮອບທໍາອິດ ຈະຄັດເລືອກເອົາສາຍ ຄົນຈີນ 15 ຄົນ ແລະສາຍຄົນລາວ 17 ຄົນ, ເພື່ອເຂົ້າແຂ່ງຂັນໃນຮອບທີ 2 ທີ່ຈະຈັດຂຶ້ນໃນວັນທີ 28 ຕຸລາ 2018 ຢູ່ໂຮງແຮມດອນຈັນພາເລດ ຊັ້ນ 2 ນະຄອນຫຼວງ ວຽງຈັນ.  ສ່ວນຮອບຊີງຊະນະເລີດຈະຈັດຂຶ້​ນໃນວັນທີ 17 ພະຈິກ 2018 ທີ່ຫໍວັດທະນະ ທໍາແຫ່ງຊາດລາວ ນະຄອນຫຼວງວຽງຈັນ ໂດຍບໍ່ໄດ້​ເກັບຄ່າເຂົ້າຊົມ.

ສໍາລັບລາງວັນມີມູນຄ່າສູ​ງເຖິງ 41.000.000 ກີບ ໂດຍມີຫຼາຍລາງວັນຄື: ລາງ​ທີ​ໜຶ່ງ ມີ 2 ລາງວັນ (ສາຍລະ 1 ລາງວັນ)  ລາງວັນລະ 13.000.000 ກີບ. ລາງວັນ​ທີສອງ ມີ 2 ລາງວັນ (ສາຍລະ 1 ລາງວັນ) ລາງວັນລະ 6.000.000 ກີບ. ລາງວັນ​ທີສາມ ມີ 2 ລາງວັນ (ສາຍລະ 1 ລາງວັນ) ລາງວັນລະ 3.000.000 ກີ​ບ ແລະລາງວັນຊົມເຊີຍມີ 6 ລາງວັນ (ສາຍລະ 3 ລາງວັນ) ລາງວັນລະ 500.000 ກີ​ບ. ພິເສດຜູ້ຊະນະເລີດ ໃນສາຍຄົນລາວຮ້ອງເພງຈີນ ຈະມີໂອກາດ​ ໄດ້ໄປ​ທັດສະນະ​ສຶກສາຢູ່​ ສປ ຈີນ ທີ່​​ໃຫ້​ທຶນສະໜັບສະໜູນ​ໂດຍ​​ສະ​ຖາ​ບັນ​ຂົງຈື ມະຫາວິທະຍາໄລແຫ່ງຊາດ

ຄຳ​ເຫັນ

0