黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດ​ງານ​ວາງ​ສະ​ແດງຮູບ​ຖ່າຍລະ​ດັບ​ສາ​ກົນ​​ຂອງຊາວ​ໜຸ່ມ​ປະ​ເທດ​ຕາມ​ເສັ້ນ​ທາງ​ສາຍ​ໄໝຄັ້ງ​ທຳ​ອິດ

2018-10-22 17:30:47 cri

圖片默認標題_fororder___172.100.100.3_temp_9500020_1_9500020_1_1_4b98ceaf-4dee-459c-812a-2b89011f7684
 

ຕາມ​ຂ່າວ CRI: ງານ​ວາງ​ສະ​ແດງ​ຮູບ​ຖ່າຍ​ລະ​ດັບສາ​ກົນ​ຂອງ​ຊາວ​ໜຸ່ມ​ປະ​ເທດ​ຕາມ​​ເສັ້ນ​ທາງ​ສາຍ​ໄໝ​ຄັ້ງ​ທຳ​ອິດ​ທີ່​ຈະ​ດຳ​ເນີນ​ເປັນ​ເວ​ລາ 1 ອາ​ທິດ​ໄດ້​ໄຂ​ຂຶ້ນ​ຢູ່​ສູນ​ແລກ​ປ່ຽນ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ວັດ​ທະ​ນະ​ທຳ​ຊາວ​ໜຸ່ມ​ຊົ້ງ​ຊິ້ງ​ລິງ​ຈີນ​ທີ່​ຕັ້ງ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ໃນ​ວັນ​ທີ 21 ຕຸ​ລາ​ນີ້.

ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ຮ່ວມ​ກັນ​ຈັດ​ຂຶ້ນ​ໂດຍ​ຄະ​ນະ​ກຳ​ມະ​ການ​ຈັດ​ຕັ້ງ​ສັບ​ປະ​ດາ​ຖ່າຍ​ຮູບ​ສາ​ກົນ​ປັກ​ກິ່ງ, ​ແລະຄະ​ນະ​ກຳ​ມະ​ການ​ວຽກ​ງານ​ການ​ແຂ່ງ​ຂັນ​ຖ່າຍ​ຮູບ​ລະ​ດັບ​ສາ​ກົນ​​ຂອງຊາວ​ໜຸ່ມ​ປະ​ເທດ​ຕາມເສັ້ນ​ທາງ​ສາຍ​ໄໝ​ແລະ​ສູນ​ແລກ​ປ່​ຽນ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ວັດ​ທະ​ນະ​ທຳ​ຊາວ​ໜຸ່ມ​ຊົ້ງ​ຊິ້ງ​ລິງ​ຈີນ ໂດຍ​ເນັ້ນ​ຫົວ​ຂໍ້ “ໃຊ້​ຮູບ​ຖ່າຍ​ເຊື່ອມ​ຕໍ່​ເສັ້ນ​ທາ​ງ​ສາຍ​ໄໝ​​ເພື່ອມິດ​ຕະ​ພາບ”. ຮູບ​ຖ່າຍ​ຕົ້ນ​ຕໍ​ມາ​ຈາກ​ບົດ​ປະ​ພັນ​ທີ່​ໄດ້​ລາງວັນ​ໃນ​ການ​ແຂ່ງ​ຂັນ​ຮູບ​ຖ່າຍ​ສາ​ກົນ​ຊາວ​ໜຸ່ມ​ປະ​ເທດ​ເສັ້ນ​ທາງ​ສາຍ​ໄໝ. ການ​ແຂ່ງ​ຂັນ​ເທື່ອ​ນີ້​​ມີຮູບ​ຖ່າຍ 157.988 ໃບ ຂອງ 61.000 ກວ່າ​ຄົນ​ທີ່​ມາ​ຈາກ 52 ປະ​ເທດ​ແລະ​ເຂດ​ແຄວ້ນ​ລວມ​ທັງ​ປະ​ເທດ​ຈີນ, ເນື້ອ​ໃນ​​ແມ່ນ​ກ່ຽວ​ພັນ​ເຖິງ​ທິວ​ທັດ​ທຳ​ມະ​ຊາດ, ວັດ​ທະ​ນະ​ທຳ, ຮີດ​ຄອງ​ປະ​ເພ​ນີ, ​ບູ​ຮານ​ສະ​ຖານ, ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ແລະ​ອື່ນໆ.

ຄະ​ນະ​ຜູ້​ແທນ​ຖ່າຍ​ຮູບ​ອາ​ຈານ​ແລະ​ນັກ​ສຶກ​ສາ​ມຽນ​ມາ​ໄດ້​ລາງວັນ​ການ​ຈັດ​ວາງ​ດີ​ເດັ່ນ​ໃນ​​ການ​ແຂ່ງ​ຂັນ​ຄັ້ງ​ນີ້, ພາບ “​ຝູງ​ຄວາຍ​ໃນ​ນາ” ທີ່​ຖ່າຍ​ໂດຍ​ເຄ​ຣະ ໂມ​ເດັ​ສ​ທິ, ຜູ້​ສະ​ໝັກ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ທີ່​ມາ​ຈາກ​ອິນ​ໂດ​ເນ​ເຊຍ​ແມ່ນ​ໜຶ່ງ​ໃນ​ຜູ້​ທີ່ໄດ້​ຮັບ​ລາງວັນ​ທີ​ໜຶ່ງ​ຂອງ​ການ​ແຂ່ງ​ຂັນ​​ຄັ້ງນີ້.

ຄຳ​ເຫັນ

0