吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັງຫວະ​ການ​ເຕີບ​ໂຕ​ຂອງ​​ມູນ​ຄ່າ​ຂາ​ເຂົ້າຂາ​ອອກ​ແຂວງ​ຢຸນນານ​ໃນ 3 ​ໄຕ​ມາດ​ປີ​ນີ້​ເປັນອັນ​ດັບ 1 ຂອງ​ຈີນ

2018-10-22 16:57:48 cri

ວັນ​ທີ 22 ຕຸລາ​ນີ້, ອົງການ​ສະ​ຖິຕິ​ແຂວງ​ຢຸນນານ​ໄດ້​ລາຍ​ງານ​ວ່າ: ​ໃນ 3 ​ໄຕ​ມາດ​ປີ 2018, ຍອດ​ມູນ​ຄ່າ​ຂາ​ເຂົ້າຂາ​ອອກ​ແຂວງ​ຢຸນນານ​ໄດ້​ບັນລຸ 141,9 ຕື້​ຢວນ, ​ເພີ່ມ​ຂຶ້ນ 36,2% ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີ 2017, ຈັງຫວະ​ການ​ເຕີບ​ໂຕ​​ເປັນອັນ​ດັບ 1 ຂອງ​ຈີນ.

ທ່ານ​ຢາງ​ກ່ວງຈຸນ ຮອງ​ຫົວໜ້າ​ກົມອົງການ​ສະຖິຕິ​ແຂວງ​ຢຸນນານ​ກ່າວ​ວ່າ: ​ໃນ 3 ​ໄຕ​ມາດ​ປີ 2018, ​ເສດຖະກິດ​ຢຸນນານ​ສືບ​ຕໍ່​ຮັກສາ​ທ່າ​ອ່ຽງທີ່​ດີ, ​ໄດ້​ບັນ​ລຸລວມ​ຍອດການ​ຜະລິດ 1161,9 ຕື້​ຢວນ, ​ເພີ່ມ​ຂຶ້ນ 9,1% ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ, ສູງ​ກວ່າ 2,4% ທຽບ​ໃສ່​ທົ່ວ​ປະ​ເທດ.

​ໃນ​ນັ້ນ, ຈັງຫວະ​ການ​ເຕີບ​ໂຕ​ຂອງມູນ​ຄ່າ​ເພີ່ມ​ຂອງອຸດສາຫະກຳ​ທີ່​ມີ​ລາຍ​ຮັບ​ຫຼາຍ​ກວ່າ 20 ລ້ານ​ຢວນນັ້ນ​ໄດ້ເພີ່ມ​ຂຶ້ນ 12,5% ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2017, ​ເປັນອັນ​ດັບ 2 ຂອງ​ຈີນ. ອຸດ​ສາ​ຫະກຳຫຼໍ່ຫຼອມ ​ແລະ​ປຸງ​ແຕ່ງ​ໂລຫະ​ສີດຳ, ຂະ​ແໜງ​ການ​ຜະລິດ ​ແລະການ​ສະໜອງ​ພະລັງງານ​ໄຟຟ້າ ​ແລະ​ພະລັງງານ​ຄວາມ​ຮ້ອນ, ອຸດ​ສາ​ຫ​ະກຳ​ຫຼໍ່​ຫຼອມ ​ແລະ​ປຸງ​ແຕ່ງ​ໂລຫະ​ມີ​ສີ ​ກໍ​ຄືຂະ​ແໜງ​ການ​ປຸງ​ແຕ່ງ​ອາຫານກະສິກຳ ​ແລະ​ສຳຮອງ​ລ້ວນ​ແຕ່​ໄດ້ກໍ​ຮັກສາ​ຈັງ​ຫວະການ​ເຕີບ​ໂຕ​ຫຼາຍ​ກວ່າ 10%, ຄື​ໄດ້​ເຕີບ​ໂຕ 20,0%, 14,9%, 14,4%, 10,2% ຕາມ​ລຳດັບ.

ຄຳ​ເຫັນ

0