黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປີ​ນີ້ ​ໄທ​ຈະ​ບໍ່​ພິຈາລະນາ​ເລື່ອງຫຼຸດ ຫຼື ຍົກ​ເວັ້ນຄ່າ​ວີ​ຊາກັບ​ດ່ານ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ

2018-10-22 15:09:11 CRI

ທ່ານວິຣະສັກ ​ ​ໂຄ​ສຸຣັດ ລັດຖະມົນຕີ​ກະຊວງການ​ທ່ອງ​ທ່ຽວ​ແລະ​ກິລາ​ໄທ​ຢືນຢັນ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ປັດຈຸບັນ, ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ໄທ​ມີ​ສະພາບ​​ໝັ້ນທ່ຽງ, ປີ​ນີ້​ຈະ​ບໍ່ ພິຈາລະນາ​ເລື່ອງຫຼຸດ ຫຼື ຍົກ​ເວັ້ນຄ່າ​ວີ​ຊາກັບ​ດ່ານ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ເປັນ​ການ​ຊົ່ວຄາວ.

ທ່ານສົມ​ຄິດ ຈາຕຸ​ສີ​ພິທັກຮອງ​ນາຍົກລັດຖະມົນຕີ​ໄທ​ເຄີຍ​ໄດ້​ປະກາດ​ໃນ​ວັນ​ທີ 17 ຕຸລາ​ນີ້​ວ່າ: ​ໄດ້​​ໃຫ້ທິດຊີ້​ນຳ​ຕໍ່​ພາກສ່ວນ​ທີ່​ກ່ຽວຂ້ອງ​ແລ້ວ ທີ່​ຈະ​ປະຕິບັດ​ນະ​ໂຍບາຍ​ຍົກ​ເວັ້ນຄ່າ​ວີ​ຊາ​ກັບ​ດ່ານ​ໃຫ້ 21 ປະ​ເທດ​ ລວມທັງ​ຈີນ ​ໃນ​ສອງ​ເດືອນ​ສຸດ​ທ້າຍ​ປີ​ນີ້ ​ເພື່ອ​ຈະ​ສາມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ໃຫ້​ໄດ້ຫຼາຍກວ່າ​ເກົ່າ ​ແລະ ​ເພື່ອ​ໃຫ້ນັກ​ທ່ອງ​ທ່ຽວ​ຈີນທີ່​ມີ​ທ່າ​ອ່ຽງຫຼຸດໜ້ອຍຖອຍ​ລົງ​ເນື່ອງ​ຈາກ​ຜົນ​ກະທົບ​ຈາກ​ເຫດການ​ເຮືອຫຼົ້ມຢູ່​ເຂດ​ທະ​ເລ​ເກາະ​ພູ​ເກັດກັບ​ຄືນ​ມາ​ທ່ຽວ​ໄທ​ອີກ. ຂະນະ​ທີ່​ສື່​ມວນ​ຊົນ​ພາສາ​ຈີນ​ຂອງ​ໄທຫຼາຍ​ແຫ່ງ​ກໍ​ໄດ້​ລາຍງານ​ຂ່າວ​ດັ່ງກ່າວ​ແລ້ວ ​ໂດຍ​ກ່າວ​ວ່າ: ຖ້າວ່ານັກ​ທ່ອງ​ທ່ຽວ​ຈີນໄປ​ທ່ຽວ​ໄທ​ໃນ​ເດືອນ​ພະຈິກ​ແລະ​ເດືອນ​ທັນວາ​ປີ​ນີ້ ຈະ​ບໍ່​ຕ້ອງຈ່າຍ​ຄ່າ​ວີ​ຊາ​ກັບ​ດ່ານ 2.000 ບາດ​ອີກ.

​ແຕ່ທ່ານວິຣະສັກ ​ໄດ້​ໃຫ້​ຄວາມ​ກະຈ່າງ​ແຈ້ງວ່າ: ຈະ​ຫາລື​ບັນຫາ​ນີ້ ​ແຕ່​ບໍ່​ອາດ​ຈະ​ປະຕິບັດ​ມາດ​ຕະການ​ນີ້​ໄດ້​ພາຍ​ໃນ​ປີ​ນີ້.

ຄຳ​ເຫັນ

0