黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 17 ຂອງ​ກຳມະບານ​ຈີນ​ຈັດ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ

2018-10-22 17:43:17 CRI

ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 17 ຂອງ​ກຳມະບານ​ຈີນ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 22 ຕຸລາ​ນີ້​ຢູ່ຫໍ​ສະພາ​ປະຊາຊົນທີ່ນະຄອນຫຼວງປັກ​ກິ່ງ ​ໂດຍມີ​ຜູ້ນຳ​ພັກ​ແລະ​ລັດ​ຂອງ​ຈີນ ​ເຊັ່ນ: ທ່ານ​ສີ​ຈິ້ນ​ຜິ​ງ, ທ່ານຫຼີ​ເຄີ້ສຽງ, ທ່ານ​ລີ້​ຈ້າ​ນຊູ່, ທ່ານ​ວ່າງ​ຢາງ, ທ່ານຈ້າວ​ເລີ້​ຈີ້, ທ່ານຮານ​ເຈີ້​ງ ​ແລະ​ທ່ານ​ອື່ນໆ ຕ່າງ​ກໍ​ໄດ້​​ເຂົ້າຮ່ວມ​ພິທີ​ແລະສະ​ແດງ​ຄວາມ​ຊົມ​ເຊີຍ​ຢູ່​​ທີ່​ປະຊຸມ. ທ່ານ​ວາງ​ຮູ້​ນິງ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກກອມ​ມູນິດ​ຈີນ ​ໄດ້​ຕາງໜ້າ​ສູນ​ກາງ​ພັກ​ກ່າວ​ປາ​ໄສ​ເພື່ອ​ສະ​ແດງ​ຄວາມ​ຊົມ​ເຊີຍ.

ທ່ານ​ວາງ​ຮູ້​ນິງ ກ່າວ​ວ່າ: ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 16 ​ຂອງ​ກຳມະ​ບານເປັນຕົ້ນມາ, ກຳມະບານ​ທຸກຂັ້ນ​ໄດ້​ຍຶດໝັ້ນຖື​ເອົາ​ແນວ​ຄິດ​ສີ​ຈິ້ນ​ຜິ​ງວ່າ​ດ້ວຍ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ເປັນ​ທິດ​ຊີ້​ນຳ, ລົງ​ເລິກ​ການ​ປະຕິ​ຮູບ-ການ​ປະດິດ​ສ້າງ​ໃໝ່​ຂອງ​ກຳມະບານ ​ແລະ ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ສຳຄັນ​ໃນ​ວຽກ​ງານ​ຕ່າງໆ, ອົງການ​ກຳມະບານ​ແລະ​ວຽກ​ງານ​ກຳມະບານ​​ໄດ້​ເພີ່ມ​ທະວີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານການ​ເມືອງ, ຄວາມ​ກ້າວໜ້າ ​ແລະ ​ວຽກ​ງານເພື່ອ​ປວງ​ຊົນຢ່າງ​ຈະ​ແຈ້ງ.

ກອງ​ປະຊຸມ​ໄດ້​ຜ່ານ​ບົດ​ລາຍ​ງານ​ກ່ຽວ​ກັບ “ກົດ​ລະບຽບ​ກຳມະບານ​ຈີນ​ສະບັບ​ປັບປຸງ”​, “ບົດ​ລາຍ​ງານ​ວຽກ​ງານ​ການ​ເງິນຂອງ​ຄະນະ​ບໍລິຫານ​ງານຊຸດທີ 16 ຂອງ​ສະຫະ​ພັນກຳມະບານ​ທົ່ວ​ປະ​ເທດ​ຈີນ" ​ແລະ “ບົດ​ລາຍ​ງານ​ວຽກ​ງານ​ຄະນະ​ກຳມະການ​ກວດ​ສອບ​ຄ່າ​ໃຊ້​ຈ່າຍ​ປະຈຳ​ຊຸດ​ທີ 16 ຂອງ​ສະຫະພັນ​ກຳມະບານ​ທົ່ວ​ປະ​ເທດ​ຈີນ" ໃຫ້​ແກ່​ຜູ້​ແທນ​ທີ່​ຮ່ວມ​ປະຊຸມ​ໄດ້​ຮັບ​ຊາບ​ເປັນລາຍ​ລັກ​ອັກສອນ ​ເພື່ອ​ຈະ​ໄດ້​ນຳ​ໄປ​ຄົ້ນຄວ້າພິຈາລະນາ.

ຄຳ​ເຫັນ

0