吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສານ​ສູງ​ສຸດ​ມານ​ດີ​ວປະຕິ​ເສດ​ຄຳຮ້ອງ​ຂໍ​ລົບ​ລ້າງ​ຜົນ​ການ​ເລືອກ​ຕັ້ງ​ປະທານາທິບໍດີຂອງ​ພັກ​ກຳ​ອຳນາດ

2018-10-22 16:56:29 CRI

ວັນ​ທີ 21 ຕຸລາ​ນີ້, ສານ​ສູງ​ສຸດ​ມານ​ດີ​ວ​ໄດ້​ປະຕິ​ເສດ​ຄຳ​ຮ້ອງ​ຂໍ​ລົບ​ລ້າງ​ຜົນ​ການ​ເລືອກ​ຕັ້ງ​ປະທາ​ນາ​ທິບໍດີ​ຂອງ​ພັກ​ກຳ​ອຳນາດ, ຂະ​ນະ​ດຽວ​ກັນກໍ​​ໄດ້​ປະຕິ​ເສດຄຳ​ຮຽກຮ້ອງ​ຂອງ​ພັກ​ກຳ​ອຳນາດ​ທີ່​ໃຫ້ຕຳຫຼວດ​ກວດກາຄືນຜົນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ.

ພັກ​ກ້າວໜ້າ​ມານ​ດີ​ວ​ໄດ້​ອອກ​ຖະ​ແຫຼ​ງການ​​ໃນ​ວັນ​ທີ 10 ຕຸລາ​ນີ້​ວ່າ: ການ​ເລືອກ​ຕັ້ງ​ປະທານາທິບໍດີ​ໃນ​ວັນ​ທີ 23 ກັນຍາ​ນີ້​ມີ “ການ​ຄວບ​ຄຸມ, ການ​ຕົ້ມ​ຕົວະ​ຫຼອກ​ລວງ, ການລະ​ເລີຍ​ໜ້າ​ທີ່ ​ແລະ​ການ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ຮ້າຍ​ແຮງ”, ສະ​ນັ້ນຈຶ່ງ​ກໍ​ຄັດຄ້ານ​ຜົນ​ການ​ເລື​ອກຕັ້ງ ​ແລະ​ຕັດສິນ​ໃຈ​ຮັກສາ​ສິດທິ​ການ​ເລືອກ​ຕັ້ງ​ຢ່າງ​ເປັນ​ທຳ​ຂອງ​ທ່ານ​ອັບ​ດູລາ ຢາມີນ ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ ​ແລະຄູ່​ຮ່ວມ​ການ​ແຂ່ງຂັນ​ເລືອກ​ຕັ້ງ​ດ້ວຍ​ວິທີທາງກົດໝາຍ.

ວັນ​ທີ 29 ກັນຍາ​ນີ້, ຄະນະ​ກຳມະການ​ເລືອກ​ຕັ້ງ​ມານ​ດີ​ວ​ໄດ້​ປະກາດ​ຜົນການ​ເລືອກ​ຕັ້ງ​ປະທານາທິບໍດີ, ທ່ານ​ອີ​ບລາຮີມ ​ໂມຣາ​ເມດ ​ໂຊ​ລີ ທີ່​ມາຈາກພັກ​ປະຊາທິປະ​​ໄຕ​ມານ​ດີ​ວ​ໄດ້​ເອົາຊະນະ​ທ່ານ​ອັບ​ດູລາ ຢາ​​ມີນ ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຈາກ​ພັກກ້າວໜ້າຂອງ​ມານ​ດີ​ວ, ​ປະທານາທິບໍດີຄົນ​ປັດຈຸບັນ.

ຄຳ​ເຫັນ

0