黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບັດ​ທະນາຄານຢູ​ນຽນ​ເພຂອງ​ຈີນ​ຈຳ​ໜ່າຍ​ຢູ່​ຕ່າງ​ປະ​ເທດ​ຫຼາຍ​ກວ່າ 100 ລ້ານ​ໃບ

2018-10-22 17:31:33 cri

ໜັງ​ສື​ພິມ “ປະ​ຊາ​ຊົນ​ລາຍ​ວັນ” ຂອງ​ຈີນ​ລາຍ​ງານ​ວ່າ, ຢູ​ນຽນ​ເພເປີດ​ເຜີຍ​ໃນ​ຫວ່າງ​ມໍ່ໆ​ນີ້​ວ່າ, ບັດທະນາຄານ ຢູ​ນຽນ​ເພ ໄດ້​ຈຳ​ໜ່າຍ​ຢູ່​ຕ່າງ​ປະ​ເທດ​ຫຼາຍກວ່າ 100 ລ້ານ​ໃບ​ແລ້ວ. ນັບແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ກັນ​ຍາ​ປີ​ນີ້, ການ​ໃຊ້​ບັດທະນາຄານຢູ​ນຽນ​ເພທີ່​ຈຳ​ໜ່າຍ​ຢູ່​ຕ່າງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ຫຼາຍກວ່າ 40% ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ, ການ​ໃຊ້​ບັດທະນາຄານຢູ​ນຽນ​ເພທີ່​ຈຳ​ໜ່າຍ​ຢູ່​ທ້ອງ​ຖິ່ນ​ໃນ​ຕະ​ຫຼາດ​ຕ່າງ​ປະ​ເທດ​ຈຳ​ນວນ​ໜຶ່ງໄດ້​ກວມ​ການ​ນຳ​ໃຊ້​ບັດ​ທະ​ນາ​ຄານ​ຫຼາຍກວ່າ 90%.

ຕະ​ຫຼາດ​ຂອງ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໄດ້​ກາຍ​ເປັນ​ເຂດ​ຕົ້ນ​ຕໍ​ທີ່​ເພີ່ມ​ການ​ຈຳ​ໜ່າຍ​ບັດຢູ​ນຽນ​ເພໃນ​ຫຼາຍ​ປີ​ມາ​ນີ້, ທຽບ​ໃສ່​ໄລ​ຍະ​ທີ່​ບໍ່​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເພີ່ມ​ຂຶ້ນ 20 ເທົ່າ. ໃນ​ນັ້ນ​ຢູ່ 10 ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ແລະ 6 ປະ​ເທດ​ອາ​ຊີ​ກາງ​ໄດ້​ບັນ​ລຸ​ການ​ຈຳ​ໜ່າຍ​ບັດ​ດັ່ງ​ກ່າວ​ຢູ່​ທ້ອງ​ຖິ່ນ, ​ໂດຍທະ​ນາ​ຄານ​ຣັດ​ເຊຍ 10 ກວ່າ​ແຫ່ງ​ໄດ້​ຈຳ​ໜ່າຍ​ບັດ​ດັ່ງ​ກ່າວ​ເພຫຼາຍກວ່າ 1.5 ລ້ານ​ໃບ. ຢູ່​ປະ​ເທດ​ລາວ, ມົງໂກ​ລີ​ແລະ​ມຽນ​ມາ, ການ​ຈຳ​ໜ່າຍ​ບັດຢູ​ນຽນ​ເພເປັນ​ອັນ​ດັບ​ທີ​ໜຶ່ງ​ໃນ​ບັດ​ທະ​ນາ​ຄານ​ປະ​ເພດ​ຕ່າງໆ.

ຄຳ​ເຫັນ

0