ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ທ່ານເວີ້ຍເຟິ້ງເຫີ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດຈີນ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງບັນດາຫົວໜ້າຄະນະຜູ້ສັງເກດການ “ການຝຶກຊ້ອມຮ່ວມທາງທະເລ 2018” ຈີນ-ອາຊຽນ ຈາກບັນດາປະເທດອາຊຽນ ໃນວັນທີ 21 ຕຸລານີ້ຢູ່ນະຄອນກວາງໂຈ່ວ ແຂວງກວາງຕຸ້ງ ສປ ຈີນ.
ທ່ານເວີ້ຍເຟິ້ງເຫີ ກ່າວວ່າ: “ການຝຶກຊ້ອມຮ່ວມທາງທະເລ 2018” ຈີນ-ອາຊຽນ ແມ່ນກອງທັບຈີນ ແລະກອງທັບ 10 ປະເທດອາຊຽນດຳເນີນການຝຶກຊ້ອມຮ່ວມທາງທະເລເປັນຄັ້ງທຳອິດ ເຊິ່ງເປັນຂີດໝາຍສຳຄັນໃນປະຫວັດສາດການພົວພັນຈີນ-ອາຊຽນ, ທັງໄດ້ສະແດງໃຫ້ເຫັນເຖິງຄວາມໝັ້ນໃຈແລະຄວາມຕັດສິນໃຈຂອງຈີນແລະບັນດາປະເທດໃນອາຊຽນໃນການສຸມໃສ່ປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງພາກພື້ນ. ຈີນໄດ້ຍຶດຖືແນວຄິດການຕ່າງປະເທດຂອງທ່ານສີຈິ້ນຜິງ ແລະ ນະໂຍບາຍການຕ່າງປະເທດກັບປະເທດອ້ອມຂ້າງດ້ວຍຄວາມສະໜິດສະໜົມ, ຈິງໃຈຕໍ່ກັນ, ຊ່ວຍເຫຼືອເກື້ອກູນກັນ ແລະ ໂອບເອື້ອອາລີ, ສຸມໃສ່ຍົກລະດັບການພົວພັນດ້ານການປ້ອງກັນປະເທດລະຫວ່າງຈີນ-ອາຊຽນ, ເພີ່ມທະວີການແລກປ່ຽນການຖອດຖອນບົດຮຽນນຳກັນ, ລົງເລິກການຮ່ວມມືທີ່ແທ້ຈິງ ແລະຮ່ວມກັບອາຊຽນສ້າງສາຍພົວພັນຄູ່ຮ່ວມຍຸດທະສາດທີ່ມີລະດັບສູງກວ່າເກົ່າ.
ບັນຫາຫົວໜ້າຄະນະຜູ້ສັງເກດການຈາກປະເທດອາຊຽນຕ່າງກໍໄດ້ຕີລາຄາສູງຕໍ່ການຝຶກຊ້ອມຮ່ວມສອງຝ່າຍທີ່ໄດ້ດຳເນີນໄປຢ່າງສະດວກ ແລະ ເປັນເອກະພາບກັນແລະເຫັນວ່າ: ບັນດາປະເທດໃນອາຊຽນຕ່າງກໍໃຫ້ຄວາມສຳຄັນຢ່າງສູງຕໍ່ການເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງທາງທະເລ, ຫວັງວ່າການຝຶກຊ້ອມຮ່ວມທາງທະເລເທື່ອນີ້ຈະເປັນໂອກາດທີ່ດີໃນການສືບຕໍ່ລົງເລິກການແລກປ່ຽນແລະຮ່ວມມືດ້ານການທະຫານລະຫວ່າງບັນດາປະເທດໃນອາຊຽນກັບຈີນ, ເພີ່ມທະວີຄວາມເຂົ້າໃຈແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ເພື່ອຮ່ວມກັນຮັບມືກັບໄພຂົ່ມຂູ່ຄວາມໝັ້ນຄົງທາງທະເລ.
ຄຳເຫັນ
0