覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເກີດ​ເຫດ​ວຸ່ນ​ວາຍ 192 ຄັ້ງ​ໃນ​ໄລ​ຍະ​ການ​ເລືອກ​ຕັ້ງ​ສະ​ພາ​ຕ່ຳ​ອັ​ຟ​ກາ​ນິ​ສະ​ຖານ

2018-10-22 10:53:23 cri

ສື່ມວນ​ຊົນ​ອັ​ຟ​ກາ​ນິ​ສະ​ຖານ​ລາຍ​ງານວ່າ, ໃນ​ໄລ​ຍະ​ດຳ​ເນີນ​ການ​ເລືອກ​ຕັ້ງ​ສະ​ພາ​ປະ​ຊາ​ຊົ​ນ​ເຊິ່ງ​ເປັນສະ​ພາ​ຕ່ຳ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ຕຸ​ລາ​ນີ້, ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ໄດ້​ເກີດ​ເຫດ​ວຸ່ນ​ວາຍ 192 ຄັ້ງ ເຊິ່ງ​ລວມ​ທັງ​ເຫດ​ການ​ໂຈມ​ຕີ​ດ້ວຍ​ໝາກ​ແຕກ,ເຄື່ອງ​ລະ​ເບີດ​ທີ່​ປະ​ກອບ​ເອງ​ແລະ​ອື່ນໆ ລວມ​ທັງ​ໝົດ​ໄດ້​ເຮັດ​ໃຫ້​ມີ​ປະ​ຊາ​ຊົນ​ເສຍ​ຊີ​ວິດຢ່າງ​ໜ້ອຍ 17 ຄົນ, ບາດ​ເຈັບ 83 ຄົນ. ນອກ​ນີ້ ຍັງ​ເຮັດ​ໃຫ້ ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ລວມ​ທັງ​ຕຳຫຼວດ​ແລະ​ທະ​ຫານ​ເສ​ຍ​ຊີ​ວິດ​ຢ່າງ​ໜ້ອຍ 11 ຄົນ, ບາດ​ເຈັບ 17 ຄົນ.
 

 ການ​ເລືອກ​ຕັ້ງ​ເທື່ອ​ນີ້​ເປັນ​ການ​ເລືອກ​ຕັ້ງ​ລັດ​​ຖະສະ​ພາ​ ​ຊຸດ​ທີ 3 ຂອງ​ອັ​ຟ​ກາ​ນິ​ສະ​ຖານ​ຫຼັງຈາ​ກການ​ລົ້​ມ​ລະ​ລາຍ​​ຂອງ​ກຸ່ມ​ຕາ​ລີ​ບັນເມື່ອ​ປີ 2001, ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ 2500 ກວ່າ​ຄົນ​ໄດ້​ແຂ່ງ​ຂັນ​ກັນຊິງບ່ອນ​ນັ່ງ​ໃນ​ສະ​ພາ​​ປະ​ຊາ​ຊົນ 249 ບ່ອນ.

ຄຳ​ເຫັນ

0