吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕຳຫຼວດ​ເມືອງ​ເກີ​ງໝ໋າຈັບ​ຢາ​ໄອສ​ໄດ້ 127,45 ກິ​ໂລກຼາມ

2018-10-22 16:57:16 cri

ນັກ​ຂ່າວ​ໄດ້​ຮັບຂໍ້​ມູນ​ຈາກ​ຂ​ະ​ແໜງ​ປາບ​ປາມຢາ​ເສບ​ຕິດພະ​ແນ​ກປ້ອງ​ກັນ​ຄວາມ​ສະຫງົບແຂວງ​ຢຸນນານ​​ວ່າ: ວັນ​ທີ 16 ຕຸລາ​ນີ້, ກອງປາບ​ປາມ​ຢາ​ເສບ​ຕິດ​ຂອງ​ກົມ​ຕຳຫຼວດ​​​ເມືອງ​ປົກຄອງ​ຕົນ​ເອງ​ເຜົ່າ​ລື້​ເຜົ່າ​ຫວາ​ເກີ​ງໝ໋າ​ນະຄອນ​ລີ​ນຊ່າງ​ໄດ້​ຮ່ວມ​ກັບ​ເຈົ້າ​ໜ້າ​ທີ່ປ້ອງ​ກັນຊາ​ຍ​ແດນຊິ່ງສູຍ​ເຮີມ້າງ​ຄະດີ​​ໃຫຍ່​ການ​ຄ້າຂາຍຢາ​ເສບ​ຕິດ ​ແລະ​ຍຶດ​ເອົາ​ຢາ​ໄອສ​ປະ​ເພດ​ເມັດ ​ແລະປະ​ເພດ​ຟຸ່ນ 127,45 ກິ​ໂລກຼາມ ​ແລະ​ຈັບ​ຜູ້​ຕ້ອງ​ຫາ​ໄດ້ 3 ຄົນ.

​ໃນ​ມື້​ດຽວ​ກັນ, ປະຊາຊົນ​ໄດ້​ແຈ້ງ​ໃຫ້ກອງປາບ​ປາມຢາ​ເສບ​ຕິດ​ກົມ​ຕຳຫຼວດ​ເມືອງ​ເກີ​ງໝ໋າຊາບ​ວ່າ: ມີ​ລົດ​​ໄຖ​ນາຕິດປ້າຍ​ລົດ​ມຽນມາ​ໄດ້​ລັກ​ລອບ​ເຂົ້າ​ຊາຍ​ແດນ ​ແລະ​​ແລ່ນ​ລົດ​ໄຟ​ບ້ານ​ຢີງພັນກຸ່ມ​ບ້ານນານ​ສານ. ​ສະ​ນັ້ນ, ກອງ​ປາບ​ປາມ​ຢາ​ເສບ​ຕິດຈຶ່ງ​​ໄດ້​ຮ່ວມ​ກັບ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນຊາ​ຍ​ແດນຊິ່ງສູຍ​ເຮີ​ມຸ້ງ​ໜ້າ​ໄປ​ບ້ານ​ຢີງພັນກຸ່ມ​ບ້ານ​ນານ​ສານ​ເມືອງ​​ເຈີ້ນ​ຄັ່ງທັນທີ​ເພື່ອດຳ​ເນີນ​ການ​ກວດກາ.

ຕຳຫຼວດ​ໄດ້​ພົບ​ເຫັນ​ລົດ​ໄຖ​ນາ​ທີ່ຕິດ​ປ້າຍ​ລົດ​ມຽນມາຈອດ​ຢູ່​​ໃກ້​ກັບ​ເຂດ​ຄຸ້ມ​ຄອງ​ອ່າງ​ນ້ຳຊ່ານ​ເຮີ​ຂອງ​ບ້າ​ນຢີງພັນ ​ເຊິ່ງມີ​ຜູ້​ຄົນ​ຂັບ ​ແລະ​ຜູ້​ໂດຍສານ 3 ຄົນ. ​​ຜ່ານ​ການ​ກວດກາ, ຕຳຫຼວດ​ໄດ້ພົບ​ເຫັນ ​ແລະ​ຍຶດ​ເອົາ​ຢາ​ເສບ​ຕິດ 3 ຖົງ, ​ໃນ​ນັ້ນ ມີ​ຢາ​ໄອສ​ປະ​ເພດເມັດ 5,6 ກິ​ໂລກຼາມ ​ແລະ​ມີ​ຢາ​ໄອສປະ​ເພດ​ຟຸ່ນ 121,85 ກິ​ໂລ​ກຼາມ, ລວມ 127,45 ກິ​ໂລກຼາມ. ຜູ້​ຕ້ອງ​ຫາ 3 ຄົນຖືກ​ຈັບ. ປັດຈຸບັນ​ນີ້, ຄະດີ​ພວມ​ຢູ່​ໃນ​ຊັ້ນ​ສານ.

ຄຳ​ເຫັນ

0