曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນກັບອາເມລິກາໄດ້ກ້າວເຖິງຂັ້ນມີຄວາມເຫັນເປັນເອກະພາບກັນກ່ຽວກັບບັນຫາເສດຖະກິດການຄ້າ, ຕົກລົງຢຸດມາດຕະການຈຳກັດການຄ້າຄືເພີ່ມພາສີເປັນຕົ້ນ

2018-12-02 14:21:23 cri

ຕອນ​ຄ່ຳ​ວັນ​ທີ 1 ທັນ​ວາ​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່​​ບູ​ນົ​ສ​ໄອ​ເຣັດ​ສ໌ ນະ​ຄອນຫຼວງ​ຂອງ​ອາກ​ຊັງ​ຕິງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບທ່ານ​ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ. ​ຫຼັງ​ການ​ພົບ​ປະ, ຜູ້​ຮັບ​ຜິດ​ຊອບ​ກ່ຽວ​ຂ້ອງ​ຂອງ​ຄະ​ນະ​ເສດ​ຖະ​ກິດ​ການ​ຄ້າ​ຝ່າຍ​ຈີນ​ໄດ້​ບອກ​ນັກ​ຂ່າວ​ວ່າ, ​ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ເປິກ​ສາ​ຫາ​ລື​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ແລະກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ.

ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ຕັ້ງ​ໜ້າ​ຕີ​ລາ​ຄາ​ການ​ເປິກ​ສາ​ຫາ​ລື​ຢ່າງ​ຕັ້ງ​ໜ້າ​ແລະ​ບັງ​ເກີດຜົນ​​ລະ​ຫວ່າງ​ຄະ​ນະ​ເສດ​ຖະ​ກິດ​ການ​ຄ້າ​ສອງ​ຝ່າຍ​ຫວ່າງ​ມໍ່ໆ​ນີ້. ສອງ​ຝ່າຍ​ເຫັນ​ວ່າ, ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​​ທີ່​ປອດ​ໃສ​ແລະ​ໝັ້ນ​ທ່ຽງ​ສອດ​ຄ່ອງ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ສອງ​ປະ​ເທດ​ແລະ​ທົ່ວ​ໂລກ.

ສອງ​ຝ່າຍ​ຕົກ​ລົງ​ວ່າ, ຢຸດ​​ຕິດ​ການ​ນຳ​ໃຊ້ມາດ​ຕະ​ການ​ຈຳ​ກັດ​ການ​ຄ້າ​, ລວ​ມ​ທັງ​ບໍ່​ຍົກ​ສູງ​​ອັດ​ຕາພາ​ສີ​ຕໍ່​ຝ່າຍ​ກົງ​ກັນ​ຂ້າມໃນ​ປັດ​ຈຸ​ບັນ​ອີກ, ແລະ​ບໍ່​ເພີ່ມ​ພາ​ສີ​ຕໍ່​ສິນ​ຄ້າ​ອື່ນໆ.

ສອງ​ຝ່າຍ​ເຫັນ​ດີ​ວ່າ, ບົນ​ຈິດ​ໃຈ​ທີ່​ໂຄ​ລົບ​ກັນ​, ສະ​ເໝີ​ພາບ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ​ຈະລົງ​ມື​ແກ້​ໄຂ​ບັນ​ຫາ​ທີ່​ເອົາ​ໃຈ​ໃສ່​ຮ່ວມ​ກັນ. ຝ່າຍ​ຈີນ​ຈະ​ອີ​ງ​ຕາມ​ຄວາມ​​ຮຽກຮ້ອງ​ຕ້ອງ​ການ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19, ນຳ​ໃຊ້​ມາດ​ຕະ​ການ​ຕື່ມ​ອີກ​ລົງ​ເລິກ​ການ​ປະ​ຕິ​ຮູບ, ເປີດກວ້າງ​ການ​​ເປີດປະ​ຕູ​ສູ່​ພາຍນອກ. ໃນ​ຂະ​ບວນ​ການ​ນີ້, ບາງ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ຝ່າຍ​ອາ​ເມ​ລິ​ກາ​ເອົາ​ໃຈ​ໃສ່​ຈະ​ໄດ້​ຮັບ​ການ​ແກ້​ໄຂ. ໃນ​ຂະ​ນະ​ດຽວ​ກັນ, ຝ່າຍ​ອາ​ເມ​ລິ​ກາຈະ​ຕັ້ງ​ໜ້າ​ແກ້​ໄຂ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ຝ່າຍ​ຈີນ​ເອົາ​ໃຈ​ໃສ່.

ປະ​ມຸກ​ລັດ​ສອງ​ປະ​ເທດ​ຊີ້​ນຳ​ໃຫ້ຄະ​ນະ​ເສດ​ຖະ​ກິດ​ກາ​ນ​ຄ້າ​ສອງ​ຝ່າຍ​ເລັ່ງ​ລັດ​ການ​ເປິກ​ສາ​ຫາ​ລື​​ເພື່ອ​ກ້າວ​ເຖິງ​ຂັ້ນ​ເຊັນ​ສັນ​ຍາ​ກັນ, ຍົກ​ເລີກ​ພາ​ສີ​ທີ່​ເພີ່ມ​ຂຶ້ນ​ນັບ​ແຕ່​ຕົ້ນ​ປີ​ນີ້​ມາ, ຊຸກ​ຍູ້​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​​ໃຫ້ກັບ​ຄືນ​​ສູ່ວົງ​​ໂຄຈອນ​ປົກ​ກະ​ຕິ​ໂດຍ​ໄວ, ບັນ​ລຸ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

圖片默認標題_fororder_1123795710_15437183882601n

ຄຳ​ເຫັນ

0