蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຮັບ “ຫຼຽນ​ກາ​ນັກ​ປົດ​ປ່ອຍ​ຊັນ​ ມາ​ຕິນ” ຂອງ​ອາກ​ຊັງ​ຕິນ

2018-12-03 10:34:04 CRI

ວັນ​ທີ 2 ທັນ​ວາ​ນີ້, ຢູ່​ນະ​ຄອນຫຼວງ​ບູ​ນົ​ສ​ໄອ​ເຣ​ສ, ທ່ານມົ​ຣີ​ຊີ​ໂອ ​ມາ​ຄ​ຣີ ປະ​ທາ​ນາ​ທິ​ບໍ​ດີ​ອາກ​ຊັງ​ຕິນ​ໄດ້​ປະ​ດັບ “ຫຼຽນ​ກາ​ນັກ​ປົດ​ປ່ອຍຊັນ​ ມາ​ຕິນ​” ໃຫ້​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ. ຫຼຽນ​ກາຫຼຽນ​ນີ້​​ຕັ້ງ​ຕາມ​ຊື່​ຂອງ​ທ່ານ​ຊັນ ມາ​ຕິນ ບິ​ດາ​ອາກ​ຊັງ​ຕິນ, ເປັນຫຼຽນ​ສູງ​ສຸດ​ຂອງ​ອາກ​ຊັງ​ຕິນ​ທີ່ມອບ​ໃຫ້​ຄົນ​ຕ່າງ​ປະ​ເທດ ແລະ ມອບ​ໂດຍປະ​ມຸກ​ລັດ​ອາກ​ຊັງ​ຕິນ.

ໃນ​ເວ​ລາ​ກ່າວ​ປາ​ໄສ, ທ່ານ​ມາ​ຄ​ຣີ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ດ້ານ​ການ​ພັດ​ທະ​ນາ​ອັນ​ໃຫຍ່ຫຼວງ​ທີ່​ຈີນ​ໄດ້​ຮັບ​ພາ​ຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ, ​ທ່ານໄດ້​ຕີ​ລາ​ຄາ​ຢ່າງ​ສູງ​ຕໍ່​ການ​ພົວ​ພັນ​ອາກ​ຊັງ​ຕິນ-ຈີນ ​ລວມ​ທັງ​ຄວາມ​ພະ​ຍາ​ຍາມ​ຂອງ​ຈີນ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັ​ນ​ຕິ​ພາບ​ໂລກ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່ວມກັນ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ຫຼຽນ​ກາຫຼຽນ​ນີ້​ໄດ້​ສ່ອງ​ແສງ​ເຖິງ​ນ້ຳ​ໃຈ​ຂອງ​ຊາດ​ແລະ​ປະ​ຊາ​ຊົນ​ອາກ​ຊັງ​ຕິນ​ທີ່ສະ​ແຫວງ​ຫາ​ຄວາມ​ເປັນ​ເອ​ກະ​ລາດ​ ແລະ ເປັນ​ເຈົ້​າ​ຕົນ​ເອງ ພ້ອມ​ທັງ​ມິດ​ຕ​ະ​ພາບ​ອັນ​ເລິກ​ເຊິ່ງ​ຂອງ​ອາກ​ຊັງ​ຕິນ​ທີ່​ມີ​ຕໍ່​ປະ​ຊາ​ຊົນ​ຈີນ. ​ການມອບຫຼຽນ​ນີ້​ບໍ່​ພຽງ​ແຕ່​ເປັນ​ກຽດ​ຕິ​ຍົດ​ໃຫ້​ຂ້າ​ພະ​ເຈົ້າ​ເອງ​ເທົ່າ​ນັ້ນ, ຍັງເປັນ​ກຽດ​ຕິ​ຍົດ​ສຳ​ລັບ​ໝົດ​ທຸກ​ຄົນທີ່​ໄດ້​ປະ​ກອບ​ສ່ວນ​​ໃຫ້​ແກ່ມິດ​ຕະ​ພາບ​ຈີນ-ອາກ​ຊັງ​ຕິນ. ຂ້າ​ພະ​ເຈົ້າ​ຈະ​ທະ​ນຸ​ຖະ​ໜອມ​ກຽດ​ຕິ​ຍົດ​ນີ້​ຕະຫຼອດ​ໄປ.

圖片默認標題_fororder_9c2dd85b69d148fd91d6b545adb207d4

 

ຄຳ​ເຫັນ

0