徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜີງ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສປປ ເກົາ​ຫຼີ

2018-12-08 15:49:48 cri

圖片默認標題_fororder_1123823184_15441844674861n

ຕາມ​ຂ່າວCRI:ວັນ​ທີ 7 ພະ​ຈິກ​ນີ້, ທ່ານ​ສີ​ຈິ້ນ​ຜີງ, ປະ​ທານ​ປະ​ເທດ​ຈີນ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ຣີ ໂຢງ ໂຫ, ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ແຮງ​ງານ​ແຫ່ງ​ ສ.ປ.ປ ເກົາ​ຫຼີ, ລັດ​ຖະ​ມົນ​ຕີ​ກະ​ຊ​ວງການ​ຕ່າງ​ປະ​ເທດ ສປປ ເກົ​າ​ຫຼີ​ຢູ່​ຫໍສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ.

 

ທ່ານ​ສີ​ຈິ້ນ​ຜີງ​ຊີ້​ອອກວ່າ, ​ປີ 2018 ນີ້, ທ່ານ​ກິມ ເຈິງ ອຸນ, ໄດ້​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນ​ 3 ຄັ້ງ, ​ແລະຍິນ​ດີ​ທີ່​ໄດ້​ເຫັນ​ວ່າ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ສອງ​ຝ່າຍ​ທີ່​ສຳ​ຄັນ​ຕ່າງໆ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

 

ທ່ານ​ສີ​ຈິ້ນ​ຜີງ​ກ່າວ​ເນັ້ນ​ວ່າ, ໃນ​ປີ 2019 ແມ່ນການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ ສປ​ຈີນ - ສ​ປ​ປ ເກົາ​ຫຼີ ​ຄົບ​ຮອບ 70 ປີ. ພັກ​ແລະ​ລັດ​ຖະ​ບານ​ຈີນ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຢ່າງສູງຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສ​ປຈີນ-ສປປ​ເກົາ​ຫຼີ, ເຊິ່ງ​ເປັນ​ທິດ​ທາງ​ນະ​ໂຍ​ບາຍ​ທີ່​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ​ຂອງ​ຈີນ. ປັດ​ຈຸ​ບັນ​, ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ສປປ​ເກົາ​ຫຼີ​ໄດ້ເຂົ້າ​ສູ່​ລະ​ດັບ​ໃໝ່. ສອງ​ຝ່າຍ​ຕ້ອງ​ຖື​ການ​ຈັດ​ກິດ​ຈະ​ກຳສະ​ຫຼອງການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 70 ປີ​ໃຫ້​ດີ​ເປັນ​ໂອ​ກາດເພື່ອ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ ພັດ​ທະ​ນາ​ຢ່າງ​ປອດ​ໃສ, ໝັ້ນ​ຄົງ​ແລະ​ຍາວ​ນານ. ຈີນ​ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ ສປປ​ ເກົາ​ຫຼີ​ຄົ້ນ​ຫາ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ຕົນ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ​ ກິມ ເຈິງ ອຸນ, ປະ​ທານຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ​ປະ​ເທດ ສປປ ເກົາ​ຫຼີ.

 

ທ່ານ​ສີ​ຈິ້ນ​ຜີງ​ຊີ້​ອອກວ່າ, ນັບ​ແຕ່​​ປີ​ນີ້​ມາ, ສະ​ຖາ​ນະ​ການ​ຂອງ​ແຫຼມ​ເກົາ​ຫຼີ​ມີ​ການ​ປ່ຽນ​ແປງ​ເປັນ​ຢ່າງ​ດີ, ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ​ໄດ້​ກັບ​ຄືນ​ສູ່​ວົງ​ໂຄ​ຈອນ​ທີ່​ຖືກ​ຕ້ອງ​ຄື​ການ​ແກ້​ໄຂ​ທາງ​ການ​ເມືອງ. ຈີນ​​ກໍ່ຈະເຮັດ​ຄື​ທີ່​ຜ່ານ​ມາ​ສະ​ໜັບ​ສະ​ໜູນ​ໃຫ້​ສອງ​ຝ່າຍເກົາ​ຫຼີ​ເໜືອ​ແລະ​ໃຕ້​ປັບ​ປຸງ​ສາຍ​ພົວ​ພັນ​ໃຫ້​ດີ​ຂຶ້ນກວ່າກ​ເກົ່າຊຸກ​ຍູ້​ການ​ຮ່ວມ​ມືໃນ​ດ້ານ​ປອງດອງ​ກັນ.

 

ທ່ານ​ຣີ ໂຢງ ໂຫ​ກ່າວ​ວ່າ, ສ.ປ.ປ​ ເກົາ​ຫຼີ​ຍິນ​ດີ​ຮ່ວມ​ກັບ​ຈີນ, ຈັດ​ກິດ​ຈະ​ກຳ​ສະ​ຫຼອງການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ​ຄົບ​ຮອບ 70 ປີ​ລະ​​ໃຫ້​ດີ​ໃນ​ປີ 2019 , ເພື່ອ​ຮັດ​ແໜ້ນ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າຍ. ສປປ ເກົ​າ​ຫຼີ​ຈະ​ສືບ​ຕໍ່​ພະ​ຍາ​ຍາມ​ເຂົ້າ​ໃນ​ການບັນ​ລຸ​ການ​ປອດ​ນິວ​ເຄຼຍ​ຂອງ​ແຫຼມ​ເກົາ​ຫຼີ, ຍິນ​ດີ​ຮັກ​ສາ​ການ​ແລກ​ປ່ຽນ​ແລະ​ການ​ປະ​ສານ​ງານ​ກັນ​ຢ່າງ​ໃກ້​ຊິດ​ກັບ​ຈີນ​ກ່ຽວ​ກັບ​ສັນ​ຕິ​ພາບ​​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາ​ຫຼີ​ກໍ່​ຄື​ຂອງ​ພາກ​ພື້ນແຫ່ງ​ນີ້.

 

 

 

ຄຳ​ເຫັນ

0