ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 10 ທັນວານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານແຟຣງ ວອນເຕີ ສະໄຕໄມເອີ ປະທານາທິບໍດີເຢຍລະມັນຢູ່ຫໍສະພາປະຊາຊົນແຫ່ງຊາດນະຄອນຫຼວງປັກກິ່ງ. ສອງຝ່າຍເຫັນດີລົງເລິກຄວາມໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ເຢຍລະມັນໃຫ້ສືບຕໍ່ພັດທະນາເຂົ້າສູ່ລວງເລິກ, ເຮັດໃຫ້ການຮ່ວມມືຈີນ-ເຢຍລະມັນດ້ຮັບໝາກຜົນຫຼາຍກວ່າເກົ່າເພື່ອຜົນປະໂຫຍດໃຫ້ສອງປະເທດ, ປະຊາຊົນສອງຊາດ, ສັນຕິພາບ ແລະຄວາມຈະເລີນຮຸ່ງເຮືອງຂອງໂລກ.
ທ່ານສີຈິ້ນຜິງໄດ້ເນັ້ນໜັກເຖິງຈຸດຢືນຂອງຈີນ ຄື: ລົງເລິກການພົວພັນຈີນ-ເຢຍລະມັນບົນພື້ນຖານຄວາມເຂົ້າໃຈກັນ ແລະເຊື່ອໝັ້ນເຊິ່ງກັນ ແລະກັນ. ຮັກສາຄວາມມີຊີວິດຊີວາຂອງສາຍພົວພັນຈີນ-ເຢຍລະມັນ, ຍຶດໝັ້ນການເປີດປະຕູສູ່ພາຍນອກ ແລະການຮ່ວມມືດ້ານການປະດິດສ້າງໃໝ່. ເປີດກວ້າງຊ່ອງທາງການຮ່ວມມື, ສ້າງເວທີທີ່ສຳຄັນຂອງ “ໜຶ່ງແລວໜຶ່ງເສັ້ນທາງ” ຮ່ວມກັນ. ສອງຝ່າຍຄວນຊຸກຍູ້ການແລກປ່ຽນດ້ານວັດທະນະທຳຢ່າງບໍ່ຢຸດຢັ້ງ, ຄວນຮ່ວມມືຊຸກຍູ້ການບໍລິຫານທົ່ວໂລກ, ຮ່ວມກັນສ້າງເສດຖະກິດໂລກແບບເປີດປະຕູສູ່ພາຍນອກ.
ທ່ານສະໄຕໄມເອີກ່າວວ່າ: ເຢຍລະມັນເພິ່ງພໍໃຈຕໍ່ການພັດທະນາສາຍພົວພັນເຢຍລະມັນ-ຈີນ, ຍິນດີຮ່ວມກັບຈີນເພີ່ມທະວີການພົບປະປຶກສາຫາລື ແລະສ້າງຄວາມເຂົ້າໃຈກັນ, ລົງເລິກການຮ່ວມມື, ຮ່ວມກັນຮັກສາການຄ້າເສລີ; ເຢຍລະມັນຄັດຄ້ານລັດທິປົກປ້ອງການຄ້າທຸກຮູບແບບ, ຈະສືບຕໍ່ເອົາໃຈໃສ່ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງເອີຣົບ ແລະຈີນ, ຊຸກຍູ້ການເຊື່ອມຈອດລະຫວ່າງພາກພື້ນອາຊີ-ເອີຣົບກັບຈີນ.
ຄຳເຫັນ
0