黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ເງິນ​ອາ​ເມ​ຣິ​ກາ​ປະ​ກາດ​ຂວ້ຳ​ບາດ​ຕໍ່​ເຈົ້າ​ໜ້າ​ທີ່ຂັ້ນ​ສູງ ສ​ປ​ປ ເກົາ​ຫຼີ 3 ຄົນ

2018-12-12 16:46:43 cri

ກະ​ຊວງ​ການ​ເງິນ​ອາ​ເມ​ຣິ​ກາ​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 10 ທັນ​ວາ​ນີ້, ປະ​ກາດ​ຂວ້ຳ​ບາດ​ຕໍ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ສ​ປ​ປ ເກົາ​ຫຼີ 3 ຄົນ, ໂດຍ​ອ້າງ​ສາ​ເຫດ​ທີ່​ເຂົາ​ເຈົ້າ 3 ຄົນ​ຖືກສົງ​ໄສ​ມີ​ການ​ກະ​ທຳ​ລະ​ເມີດ​ສິດ​ທິ​ມະ​ນຸດ​ໃນ​ພາກ​ສ່ວນ​ທີ່​ຕົນ​ຄຸ້ມ​ຄອງ, ແລະ​ມີ​ການ​ເຄື່ອນ​ໄຫວ​ສອດ​ແນມ​ຈາກ​ລັດ​ຖະ​ບານ.

ຖະ​ແຫຼງ​ການ​ລະ​ບຸ​ວ່າ, ເຈົ້າ​ໜ້າ​ທີ່ 3 ຄົນ​ທີ່​ຖືກ​ຂວ້ຳ​ບາດ​ແມ່ນ​ທ່ານ​ໂຊ​ຣົງ​​ແຮ ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ພັກ​ແຮງ​ງານ, ທ່ານ​​ປາກກວງ​ໂຮ ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ແລະ​ສົ່ງ​ເສີມ​ພັກ​ແຮງ​ງານແລະ​ທ່ານ ຈອງ​ຢົງ​ເທັກ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ ສ​ປ​ປ ເກົາ​ຫຼີ. ອີງ​ຕາມ​ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ​ຂອງ​ອາ​ເມ​ຣິ​ກາ, ​ຊັບ​ສິນ​ໃນ​ອາ​ເມ​ຣິ​ກາ​ຂອງຜູ້​ຖືກ​ຂວ້ຳ​ບາດ​ຈະ​ຖືກ​ອາ​ຍັດ​ໄວ້, ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ບໍ່​ສາ​ມາດ​​ຕິດ​ຕໍ່​ພົວ​ພັນ​ການ​ຄ້າ​ກັບ​ເຂົາ​ເຈົ້າໄດ້.

ຄຳ​ເຫັນ

0