李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເວ​ທີ​ປຶກ​ສາ​ຫາ​ລື​ສາ​ກົນຊົງ​ຕູ່ 2018 ອອກ “ຂໍ້​ລິ​ເລີ່ມ​ຊົງ​ຕູ່”

2018-12-13 16:21:43 cri

    ເວ​ທີ​ປຶກ​ສາ​ຫາ​ລື​ສາ​ກົນ​ຊົງ​ຕູ່ 2018 ທີ່​ເນັ້ນ​ຫົວ​ຂໍ້ “ການ​ປະ​ຕິ​ຮູບ, ເປີດ​ປະ​ຕູ​ສູ່​ພາຍນອກ​ແລະ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ” ທີ່​ຈັດ​ຂຶ້ນ​ຢູ່​ສູນ​ປະ​ຊຸມ​ສາ​ກົນ​ຊົງ​ຕູ່​ນະ​ຄອນກວາງ​ໂຈ່ວ​ ໄດ້​ອັດ​ລົງໃນ​ວັນ​ທີ 11 ທັນ​ວານີ້. ທ່ານ ເຮີ​ຢ້າ​ເຟ່ ອະ​ດີດ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ຕາງ​ໜ້າ​ເວ​ທີ​ປຶກ​ສາ​ຫາ​ລື​​ອ່ານ​ຖະ​ແຫຼງ​ການ “ຂໍ້​ລິ​ເລີ່ມ​ຊົງ​ຕູ່”.

    ເວ​ທີ​ປຶກ​ສາ​ຫາ​ລື​ດັ່ງ​ກ່າວ ຈັດ​ຂຶ້ນ​ໂດຍ​ສະ​ມາ​ຄົມ​ມິດ​ຕະ​ພາບ​ອົ​ສ​ຕ​ຣາ​ລີ-ຈີນ, ສະ​ມາ​ຄົມ​ມິດ​ຕະ​ພາບ​ຕໍ່​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ຈີນ, ອົງ​ການ​ປົກ​ຄອງ​ປະ​ຊາ​ຊົນ​ແຂວງກວາງ​ຕຸ້ງ ແລະ ສະ​ຫະ​ພັນ​ຜູ້​ນຳ​ໂລກ. ໃນ​ໄລ​ຍະ 2 ມື້, ອະ​ດີດບຸກ​ຄົນ​ສຳ​ຄັນດ້ານ​ການ​ເມືອງ​ຂອງ​ຕ່າງ​ປະ​ເທດ, ຜູ້​ຮັບ​ຜິດ​ຊອບ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ຜູ້​ຊ່ຽວ​ຊານ​ແລະ​ນັກ​ວິ​ຊາ​ການ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ ພ້ອມ​ດ້ວຍ​ບຸກ​ຄົນ​ທີ່​ມີ​ຊື່​ສຽງ​ໃນ​ວົງ​ການ​ການ​ຄ້າ 200 ກວ່າ​ທ່ານ ໄດ້​ດຳ​ເນີນ​ການ​ປຶກ​ສາ​ຫາ​ລືຫຼາຍ​ຮອບ ໂດຍ​ໄດ້​ລົງ​ເລິກ​ຫາ​ລື​ມາດ​ຕະ​ການ​ໃໝ່​ດ້ານ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ໃນ​ປັດ​ຈຸ​ບັນ, ແລະ​ໄດ້​ສະ​ເໜີ​ທັດ​ສະ​ນະ​ແລະ​ແນວ​ຄິດ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ແລະ​ລັກ​ສະ​ນະ​ສ້າງ​ສັນ​ຕໍ່​ການ​ປະ​ຕິ​ຮູບ​ລະ​ບົບ​ບໍ​ລິ​ຫານ​ໂລກ​ແລະ​ບັນ​ຫາ​ອື່ນໆ​ທີ່​ປະ​ຊາ​ຄົມ​ມີ​ຄວາມ​ສົນ​ໃຈ​ຢ່າງກວ້າງ​ຂວາງ.

ຄຳ​ເຫັນ

0