ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 12 ທັນວານີ້, ທ່ານຢາງແຈສື ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດສູນກາງຈີນໄດ້ພົບປະກັບທ່ານໂມຮາເມດ ບິນ ອັບດູນຣາມານ ອານຊານີ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດກາຕາຢູ່ນະຄອນຫຼວງປັກກິ່ງ.
ທ່ານຢາງແຈສືກ່າວວ່າ: ຈີນຖືກາຕາເປັນຄູ່ຮ່ວມມືທີ່ສຳຄັນໃນການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຮ່ວມກັນ ແລະດຳເນີນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ຈີນຍິນດີຮ່ວມກັບກາຕາລົງເລິກຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງ, ຊຸກຍູ້ການຮ່ວມມືຕົວຈິງ, ເພີ່ມທະວີການປະສານງານໃນວຽກງານພາກພື້ນ ແລະສາກົນ, ແລກປ່ຽນຂໍ້ມູນດ້ານການກໍ່ການຮ້າຍຢ່າງໃກ້ຊິດ ແລະຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຈີນ-ກາຕາໃຫ້ໄດ້ຮັບການພັດທະນາຫຼາຍກວ່າເກົ່າ.
ທ່ານໂມຮາເມດກ່າວວ່າ: ກາຕາໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ສາຍພົວພັນຄູ່ຮ່ວມຍຸດທະສາດກາຕາ-ຈີນ, ຍິນດີຮ່ວມກັນກັບຈີນເພີ່ມທະວີການຮ່ວມມືຢ່າງບໍ່ຢຸດຢັ້ງໃນຂົງເຂດຕ່າງໆພາຍໃຕ້ຂອບ “ໜຶ່ງແລວໜຶ່ງເສັ້ນທາງ” ແລະບັນລຸການພັດທະນາຄວາມຈະເລີນຮຸ່ງເຮືອງຮ່ວມກັນ.
ຄຳເຫັນ
0