吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເຢຍລະ​ມັນ​ບໍ່​ດັດ​ແປງ​ສັນຍາ “ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ” ຂອງ​ອັງກິດ

2018-12-13 17:09:01 cri

ວັນ​ທີ 12 ທັນວາ​ນີ້, ທ່ານ​ນາງ ​ແອ​ງ​ເກ​ວລາ ​ເມີ​ເຄວ ນາຍົກລັດຖະມົນຕີ​ເຢຍລະ​ມັນ​ກ່າວ​ວ່າ: ສັນຍາ “ຖອນອອກ​ຈາກ​ສະຫະພາບ​ເອີຣົບ” ຂອງ​ອັງກິດ​ແມ່ນ​ຫຼັກການ​ຮ່ວມ​ຂອງ 27 ປະ​ເທດ​ສະມາຊິກ, ​ເຢຍລະ​ມັນ​ບໍ່​ມີ​ຄວາມ​ເຫັນ​ເພື່ອ​ດັດແປງ​ສັນຍາ​ດັ່ງກ່າວ​​.

ທ່ານນາງ​ເມີ​ເຄວ​ໄດ້​ຕອບ​ຄຳ​ຖາມ​ຂອງ​ສະມາ​ຊິກ​ສະພາ​ເຢຍ​ລະ​ມັນ​ໃນ​ມື້​ດຽວ​ກັນ​ວ່າ: ​ໃນ​ກອງ​​ປະຊຸມ​ສຸດ​ຍອດ​ສະຫະພາບ​ເອີຣົບທີ່​​ໃກ້​ຈະ​ຈັດ​ຂຶ້ນ, ສັນຍາ “ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ” ທີ່​ບັນລຸ​ໄດ້​ໂດຍ 27 ປະ​ເທດ​ສະມາຊິກ ​ແລະ​ອັງກິດ​ຈະ​ບໍ່​ສາມາດດັດ​ແປງ​​ໄດ້​ພາຍຫຼັງ​ປຶກສາ​ຫາລື​ກັນແລ້ວ. ທ່ານ​ກ່າວຕື່ມ​ວ່າ: ສອງ​ຝ່າຍ​ຈະ​ແກ້​ໄຂ​ບັນຫາພົ້ນ​ເດັ່ນ​ໃນ​ໄລຍະ​ຂ້າມ​ຜ່ານ “ການ​ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ” ​ເຊັ່ນ: ບັນຫາ​ຊາຍ​ແດນ​ລະຫວ່າງ​ອຽກລັງ​ເໜືອ​ກັບ​ອຽກລັງ ​ແລະ​ອື່ນໆ. ທ່ານ​ຍັງ​ຫວັງ​ວ່າ​ອັງກິດ “ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ​ໂດຍ​ມີ​ສັນຍາ” ​ແຕ່​ຂະນະ​ດຽວ​ກັນ​ກໍ​ກຽມພ້ອມ​ໃຫ້​ອັງກິດ “ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ​ໂດຍ​ບໍ່​ມີ​ສັນຍາ”.

ກອງ​​ປະຊຸມ​ສຸດ​ຍອດ​ສະຫະພາບ​ເອີຣົບຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ບຣຸກ​ແຊນປະ​ເທດ​ແບນ​ຊິກ​ແຕ່​ວັນ​ທີ 13 ຫາ​ວັນ​ທີ 14 ທັນວາ​ນີ້, ​ແລະ “ການ​ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ” ຂອງ​ອັງກິດ​ຈະ​ເປັນໜຶ່ງ​ໃນ​ບັນດາ​ຫົວ​ຂໍ້​ຕົ້ນຕໍ​ຂອງ​ກອງ​ປະຊຸມສຸດ​ຍອດ​ຄັ້ງນີ້.

 

 

ຄຳ​ເຫັນ

0