黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຈົ້າ​ໜ້າ​ທີ່​ປະ​ເທດ​ເຂດ​ລ້ອງ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຍ້ອງ​ຍໍບຸນ​ມະ​ໂຫລານສິລະ​ປະວັດ​ທະນະ​ທຳ​ປະ​ເທດ​​ເຂດ​ລ້ອງ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ

2018-12-14 17:07:59 cri

圖片默認標題_fororder___172.100.100.3_temp_9500020_1_9500020_1_1_5cb6e3c2-4e70-4fb6-bb7e-4dc6bfaa2fc4

ຕາມ​ຂ່າວ CRI: ​ບຸນ​ມະ​ໂຫລານ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ປະ​ເທດ​ລ້ອງ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ 2018 ໄດ້​ຈັດ​ຂຶ້ນ​ຢູ່​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນ​ນານ ສ​ປ ຈີນໃນ​ວັນ​ທີ 12 ທັນ​ວາ​ນີ້. ໃນ​ຫຼາຍ​ມື້​ມາ​ນີ້, ເຈົ້າ​ໜ້າ​ທີ່​ປະ​ເທດ​ດັ່ງ​ກ່າວ​ໄດ້​ຕີ​ລາ​ຄາສູງ​ຕໍ່​ບຸນ​ມະ​ໂຫລານ​ຄັ້ງ​ນີ້ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ.

ໃນ​ພິ​ທີ​ໄຂ​​ສິ​ລະ​ປິນ​ຂອງ 6 ປະ​ເທດແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄດ້​ສະ​ແດງ​ລາຍ​ການ​ທີ່​ດີ​ເດັ່ນ​ທີ່​ເນັ້ນ​ຫົວ​ຂໍ້ “​ສາຍ​ນ້ຳ​ດຽວ​ກັນ, ນ້ຳ​ໃຈແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ”.

ທ່ານບົວ​ຄົງ ​ນາມມະ​ວົງ ເລ​ຂາ​ຄະ​ນະ​ພັກ​, ເຈົ້າ​ແຂວງ​ແຂວງ​ບໍ່​ແກ້ວ​ຂອງ​ລາວ​ ກ່າວ​ວ່າ, ​ບຸນ​ມະ​ໂຫລານ​ສິ​ລະ​ປະ​ວັດ​ທະ​ນະ​ທຳແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ແມ່ນ​ງານ​​ວັດ​ທະ​ນະ​ທຳ​ຄັ້ງ​ໜຶ່ງ, ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ​ແລະ​ດີ​ເດັ່ນ​ຫຼາຍ. ໃນ​ໄລ​ຍະ​ຈັດ​​ງານ, ​ສິ​ລະ​ປິນ​ຂອງ​​ບັນ​ດາປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ເຕົ້າ​ໂຮມ​ກັນ, ສະ​ແດງວັດ​ທະ​ນະ​ທຳ​ຂອງ​ປະ​ເທດ​ຕົນ​​ໃນ​ຫຼາຍ​ສີ​ສັນ​ແລະ​ຫຼາຍ​ລາຍ​ການ, ​ເປັນ​ການ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ປະ​ເທດ​ຕ່າງໆ, ແລະ​ໄດ້​ເພີ່ມ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ຂອງ​ບັນ​ດາ​ປະ​ເທດ.

圖片默認標題_fororder___172.100.100.3_temp_9500020_1_9500020_1_1_686e3419-b9ae-4c11-b698-0e20ef20e6c6

ທ່ານ​​ອູ​ຊູ​ແປງ ກົງ​​ສຸນ​ໃຫຍ່​ຂອງ​ສະ​ຖານ​ກົງ​ສຸນມຽນ​ມາ​ປະ​ຈຳ​ຄຸນ​ມິງ ກ່າວ​ຕໍ່​ນັກ​ຂ່າວ​ວ່າ, 6 ປະ​ເທດແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຖື​​ບຸນ​ມະ​ໂຫລານ​​ຄັ້ງ​ນີ້ເປັນ​ເວ​ທີ​ແລກ​ປ່ຽນ, ​ທັງ​ເປັນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ເສດ​ຖະ​ກິດ, ສັງ​ຄົມ​ແລະ​ວັດ​ທະ​ນະ​ທຳ, ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຂອງ​ບັນ​ດາ​ປະ​ເທດ​​ຮັດ​ແໜ້ນ​ມິດ​ຕະ​ພາບ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

圖片默認標題_fororder___172.100.100.3_temp_9500020_1_9500020_1_1_22e628d9-a2a4-4213-9976-876436a26e9b

​ທ່ານ ວິ​ຮຸນ ພະ​ເທວີ ຮອງ​ເຈົ້າ​ແຂວງ​ແຂວງຊຽງ​ໃໝ່ປະ​ເທດ​ໄທ ກ່າວ​ຕໍ່​ນັກ​ຂ່າວ​ວ່າ, ທຽບ​ໃສ່​​ບຸນ​ມະ​ໂຫລານ​ຄັ້ງ​ທີ່​ຜ່ານ​ມາ, ​ບຸນ​ມະ​ໂຫລານ​ຄັ້ງ​ນີ້​ມີ​ຂະ​ໜາດ​ໃຫຍ່ກວ່າ​ເກົ່າ​ແລະ​ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນກວ່າ​ເກົ່າ, ໂດ​ຍ​ສະ​ເພາະ​ແມ່ນ​ງານ​ວາງ​ສະ​ແດງ​ຮູບ​ຖ່າຍ​ສາ​ກົນ, ບໍ່​ພຽງ​ແຕ່​ໄດ້​ບັນ​ທຶກ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ແລະ​ວີ​ຖີ​ຊີ​ວິດ​ຂອງ​ປະ​ເທດ​ລ້ອງແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງເທົ່າ​ນັ້ນ, ຍັງ​ໄດ້​ບັນ​ທຶກ​ການ​ແລກ​ປ່ຽນ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ຂອງ​ບັນ​ດາ​ປະ​ເທດ ​ລ້ອງແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ.

ຄຳ​ເຫັນ

0