黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເຈົ້າ​ຊີວິດ​ກຳປູ​ເຈຍກ່າວ​ວ່າ: ເຊື່ອ​ວ່າ​ສາຍ​ພົວ​ພັນ​ລະ​ຫວ່າງ​ກຳ​ປູ​ເຈຍ​ແລະ​ຈີນ​ຈະ​​ຂະ​ຫຍາຍ​ຕົວ​ໃໝ່​ໃຫຍ່ກວ່າ​ເກົ່າ

2018-12-14 16:58:01 cri

ຕາມ​ຂ່າວ CRI: ວັນ​ທີ 13 ທັນ​ວາ​ນີ້​ໃນ​ໂອ​ກາດ​ຮັບ​ສານຕາ​ຕັ້ງ​ຈາກ​ທ່ານ​ວາງ​ເວີນ​ທ່ຽນ, ເອກ​ອັກ​ຄະ​ລັດ​ຖ​ະ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ​ຄົນ​ໃໝ່​ຢູ່​ພະ​ລາ​ຊະ​ວັງ​ພະ​ນົມ​ເປັນ, ສົມ​ເດັດ​ ​ໂນ​ໂລ​ດົມ​ສີຫະ​ໂມ​ນີ ​ເຈົ້າ​ຊີວິດ​ກຳປູ​ເຈຍກ່າວ​ວ່າ, ​ພະ​ອົງເຊື່ອ​ວ່າ​ສາຍ​ພົວ​ພັນ​ລະ​ຫວ່າງ​ກຳ​ປູ​ເຈຍ​ແລະ​ຈີນ​ຈະ​ຂະ​ຫຍາຍ​ຕົວ​ໃໝ່​ໃຫຍ່ກວ່າ​ເກົ່າ.

ສົມ​ເດັດ ໂນ​ໂລ​ດົມ​ສີ​ຫະ​ໂມ​ນີ​ກ່າວ​ວ່າ, ພະ​ບໍລົມ​ວົງສາ​ນຸວົງແລະ​ລັດ​ຖະ​ບານ​ກຳ​ປູ​ເຈຍ​ຂອບ​ໃຈ​ຢ່າງ​ສູງ​ຕໍ່​ການປະ​ກອບ​ສ່ວນ​ສຳ​ຄັນ​ຂອງ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ໃນ​ການ​ຊຸກ​ຍູ້​ພັດ​ທະ​ນາ​ເສດ​ຖະ​ເກິດ​ສັງ​ຄົມ​​ຂອງ​ກຳ​ປູ​ເຈຍແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ໃຫ້​ດີ​ຂຶ້ນ, ແລະ​ກ່າວ​ເນັ້ນ​ວ່າ​ກຳ​ປູ​ເຈຍ​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເຊື່ອມ​ຈອດ​ກັນ​ກັບ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂອງ​ກຳ​ປູ​ເຈຍ, ເຊື່ອ​ວ່າ​ສາຍ​ພົວ​ພັນ​ລະ​ຫວ່າງ​ກຳ​ປູ​ເຈຍ​ແລະ​ຈີນ​ຈະ​​ຂະ​ຫຍາຍ​ຕົວໃໝ່ໃຫຍ່ກວ່າ​ເກົ່າ​ໃນ​ລະ​ຫວ່າງ​ການ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ທ່ານ​ວາງ​ເວີນ​ທ່ຽນ.

ທ່ານ​ວາງ​ເວີນ​ທ່ຽນ​ກ່າວ​ວ່າ, ຕັ້ງ​ແຕ່​ສອງ​ປະ​ເທດ​ຈີນ​ແລະ​ກຳ​ປູ​ເຈຍ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ 60 ປີ​ມາ​ນີ້, ​ພາ​ລະກິດ​​ມິດ​ຕະ​ພາບ​ຈີນ​-ກຳ​ປູ​ເຈຍ​ທີ່​ສ້າງ​ຂຶ້ນ​ໂດຍ​ສົມ​ເດັດ​ສີ​ຫະ​ນຸ​ແລະ​ຜູ້​ນຳ​ຈີນ​ລຸ້ນ​ເກົ່າ​ໄດ້​ຮັບ​ການ​ປັບ​ປຸງ​ແລະ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ໃນ​ຖາ​ນະ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປ​ະ​ຈຳ​ກຳ​ປູ​ເຈຍ​ຄົນ​ໃໝ່, ຕົນ​ເອງ​ຮູ້​ສຶກ​ມີ​ຄວາມ​ຮັບ​ຜິດ​ຊອບ​ທີ່​ມີ​ກຽດແລະ​ສຳ​ຄັນ, ຍິ​ນ​ດີ​ຮ່ວມ​ກັບ​ກຳ​ປູ​ເຈຍ, ສຸມ​ກຳ​ລັງ​ຢ່າງ​ສຸດ​ຂີດ​ເພື່ອປະ​ຕິ​ບັດ​ຕາມ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​​ທີ່​ສຳ​ຄັນ​ທີ່​ບັນ​ລຸ​ໄດ້​ຂອງ​ຜູ້​ນຳ​ສອງ​ປະ​ເທດ​, ເຊິ່ງ​ເປັນ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດລະ​ຫວ່າງ​ຈີນ​ແລະ​ກຳ​ປູ​ເຈຍ.

ຄຳ​ເຫັນ

0