ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ພາຍຫຼັງເຈລະຈາກັນທີ່ດຳເນີນເປັນເວລາຫຼາຍມື້ລະຫວ່າງມາເລເຊຍແລະສິງກະໂປກ່ຽວກັບຄວາມຂັດແຍ້ງກັນດ້ານນ່ານຟ້າແລະນ່ານນ້ຳທະເລ, ເຈົ້າໜ້າທີ່ມາເລເຊຍກ່າວໃນວັນທີ 13 ທັນວານີ້ວ່າ, ສອງຝ່າຍຈະຈັດການເຈລະຈາກ່ຽວກັບຄວາມຂັດແຍ້ງທີ່ກ່ຽວຂ້ອງໃນເດືອນມັງກອນປີໜ້າ.
ມື້ດຽວກັນ, ກະຊວງການຕ່າງປະເທດສິງກະໂປອອກຖະແຫຼງການວ່າ, ຫວັງວ່າຈະສາມາດແກ້ໄຂຄວາມຂັດແຍ້ງນ່ານນ້ຳທະເລໂດຍຜ່ານການເຈລະຈາ, ເພື່ອບັນລຸແຜນການທີ່ສອງຝ່າຍຮັບເອົາໄດ້. ຖະແຫຼງການກ່າວວ່າ, ຖ້າວວ່າການປຶກສາຫາລືບໍ່ສາມາດໄດ້ຮັບຜົນສຳເລັດ, ສິງກະໂປຈະດຳເນີນງານຕາມເງື່ອນໄຂທີ່ສອງຝ່າຍໄດ້ຕົກລົງກັນໄວ້ໂດຍຜ່ານການໄກ່ເກ່ຍສາກົນຂອງຝ່າຍທີ່ສາມທີ່ເໝາະສົມເພື່ອແກ້ໄຂຄວາມຂັດແຍ້ງດັ່ງກ່າວ.
ຄຳເຫັນ
0