吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊາວ​ຈີນ​ເກືອບ 15 ລ້ານ​ຄົນບໍລິຈາກ​ເລືອດ​​ໂດຍ​ບໍ່ຕ້ອງການ​ຄ່າຕອບ​ແທນ​ໃດໆ

2018-12-14 17:45:17 cri

ວັນ​ທີ 13 ທັນ​ວາ​ນີ້, ກອງປະຊຸມ​ຍ້ອງຍໍ​ຊົມ​ເຊີຍ​ການ​ບໍລິຈາກ​​ເລືອດ​ໂດຍ​ບໍ່​ຕ້ອງການ​ຄ່າ​ຕອບ​ແທນ​ໃດໆ​ປະຈຳ​ປີ 2016-2017 ​ແລະ​ການ​ປະຕິບັດ “ກົດໝາຍການ​ບໍລິຈາກ​ເລືອດ​ຈີນ” ຄົບຮອບ 20 ປີ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ. ທ່ານ​ໂຈ່​ວຊາງ​ຊຽງ ຮອງ​ຫົວໜ້າ​ອົງການ​ຄຸ້ມຄອງ​ການ​​ແພດ​ຂອງຄະນະ​ກຳມະການສາທາລະນະ​ສຸກ ​ແລະ​ສຸຂະພາບແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ​ໃນ​ປີ 2017, ທົ່ວ​ປະ​ເທດ​ຈີນ​​ມີ​ຜູ້​ບໍລິຈາກ​ເລືອດ​ໂດຍ​ບໍ່​ຕ້ອງການ​ຄ່າ​ຕອບ​ແທນ​ໃດໆ 14,59 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 44,6 ​ເທົ່າ​ທຽບ​ໃສ່​ປີ 1998.

ມາຮອດ​ປັດຈຸບັນ​ນີ້, ທົ່ວ​ປ​ະ​ເທດ​ໄດ້​ສ້າງ​ສູນ​ເລືອດ 32 ​ແຫ່ງ, ສະຖານີ​ເລືອດ 321​ ​ແຫ່ງ, ທະນາຄານ​ເລືອດ 99 ​ແຫ່ງ ​ແລະ​ຈຸດ​ເກັບ​ເລືອດ 1390 ​ແຫ່ງ, ຈີນ​ໄດ້​ສ້າງ​ລະບົບ​ບໍລິການ​​ເລື​ອດທີ່​ປົກຄຸມ​ທັງຕົວ​ເມືອງ ​ແລະ​ຊົນນະ​ບົດ ​ແລະ​​ໄດ້ດຳ​ເນີນ​​​ງານ​ຢ່າງ​ມີ​ປະສິດທິພາບ​ສູງ​​ໂດຍ​ຖື​ສູນ​ເລືອດ ​ແລະ​ສະຖານີ​​ເລືອດ​ເປັນ​ຕົ້ນ​ຕໍ ​ແລະຖື​ທະນາຄານເລືອດຢູ່​ເມືອງ​ຫ່າງ​ໄກ​ສອກຫຼີກເປັນ​ສຳຮອງ.

ຄຳ​ເຫັນ

0