黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສັບ​ປະ​ດາ​ແລກ​ປ່ຽນ​ລະ​ຄອນ​ຈີນ-ຫວຽດ​ນາມ​​ຈັດ​ຂຶ້ນ​ຢູ່​ຫວຽດ​ນາມ​ແລະໄດ້​ຮັບ​ຕີ​ລາ​ຄາ​​ຢ່າງ​ສູງ

2018-12-15 17:07:29 cri

ສັບ​ປະ​ດາ​ແລກ​ປ່ຽນ​ລະ​ຄອນ​ດັ້ງ​ເດີມ​ຈີນ-ຫວຽດ​ນາມ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ຮາ​ໂນ້ຍ​ປະ​ເທດ​ຫວຽວ​ນາມ​ແຕ່​ວັນ​ທີ 10 ຫາ​ວັນ​ທີ 14 ທັນ​ວາ​ນີ້. ​ໂດຍ​ການ​ເປັນ​ເຈົ້າ​ພາບ​ຮ່ວມ​ຈາກ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ຫວຽດ​ນາມ​ແລະ​ສະ​ມາ​ຄົມ​ນັກ​ລະ​ຄອນ​ຫວຽດ​ນາມ, ​ແລະ​ຈັດ​ຂຶ້ນ​ໂດຍສູນ​ວັດ​ທະ​ນະ​ທຳ​ຈີນ​ຢູ່​ຮາ​ໂນ້ຍ.

ທ່ານ​ເຜີງ​ຊື້​ຖວນ ທີຶ່​ປຶກ​ສາ​​ທູດ​​ດ້ານວັດ​ທະ​ນະ​ທຳ​ຂອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ຫວຽດ​ນາມ​ກ່າວ​ວ່າ, ລະ​ຄອນ​ດັ້ງ​ເດີມ​ຂອງ​ຈີນ​ແລະ​ຫວຽດ​ນາມ​ມີ​​ກົກ​ເຄົ້າ​ແລະ​ເບື້ອງ​ຫຼັງ​ວັດ​ທະ​ນະ​ທຳ​ຮ່​ວມ​ກັນ, ທັງ​ໄດ້​ຜະ​ເຊີນ​ກັບ​​ສິ່ງ​ທ້າ​ທາຍ​ທີ່​ເຮັດ​ແນວ​ໃດ​ເພື່ອ​ສືບ​ທອດ​ແລະ​ພັດ​ທະ​ນາ​ພາຍ​ໃຕ້​ສະ​ພາບ​ແວດ​ລ້ອມ​ຍຸກ​ປັດ​ຈຸ​ບັນ. ຂະ​ນະ​ທີ່ສັບ​ປະ​ດາ​ແລກ​ປ່ຽນ​ຄັ້ງ​ນີ້​ເຮັດ​ໃຫ້​​ສິ​ລະ​ປິນ​ທັງ​ສອງ​ປະ​ເທດ​ມີ​ໂອ​ກາດ​ເຕົ້າ​ໂຮມ​ກັນ​ຢູ່​ນະ​ຄອນ​ຫຼວງຮາ​ໂນ້ຍ, ເພື່ອ​ສະ​ແດງ​ແລະ​ປຶກ​ສາ​ຫາ​ລື​ຮ່ວມ​ກັນ, ເຊິ່ງມີ​ຜົນ​ດີ​ຕໍ່​ຈີນ​ແລະ​ຫວຽດ​ນາມ​​ຮ່ວມມື​ກັນ​ເພື່ອປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສືບ​ທອດ​ແລະ​ພັດ​ທະ​ນາ​ລະ​ຄອນ​ທີ່​ມີ​ມູນ​ເຊື້ອ.

ທ່ານ​​ເລ​ທິງ​ໂທ ປະ​ທານ​ສະ​ມາ​ຄົມ​ນັກ​ລະ​ຄອນ​ຫວຽດ​ນາມ​ກ່າວ​ວ່າ, ຫວັງ​ວ່າ​ສາ​ມາດ​ສ້າງ​ກົນ​ໄກ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຄອນ​ທີ່​ມີ​ມູນ​ເຊື້ອ​ລະ​ຫວ່າງ​ຫວຽດ​ນາມ​ແລະ​ຈີນ​ໃນ​ຕໍ່​ໜ້າ, ​ເພື່ອເຮັດ​ໃຫ້ສິ​ລະ​​ປິນ​ທັງ​ສອງ​ປະ​ເທດ​ມີ​ໂອ​ກາດ​ຮ່ຳ​ຮຽນ​​ແລະ​ຖອດ​ຖອນ​ບົດ​ຮຽນເຊິ່ງ​ກັນ​ແລະ​ກັນ​ຫຼາຍກວ່າ​ເກົ່າ, ແລະ​ດຶງ​ດູດ​ຊາວ​ໜຸ່ມ​ຂອງສອງ​ປະ​ເທດ​ສົນ​ໃຈ​ນຳ​ລະ​ຄອນ​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ.

ຄຳ​ເຫັນ

0