ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ທ່ານດິມິທຣີ ເປັສຄົຟ ເລຂາຖະແຫຼງຂ່າວປະທານາທິບໍດີຣັດເຊຍກ່າວໃນວັນທີ 14 ທັນວານີ້ວ່າ, ປະທານາທິບໍດີຣັດເຊຍແລະອາເມຣິກາມີຄວາມຈຳເປັນຕ້ອງພົບປະກັນ, ຣັດເຊຍຍິນດີທຳຄວາມພະຍາຍາມເພື່ອຈັດການພົບປະລະຫວ່າງການນຳສູງສຸດຂອງສອງປະເທດ, ແລະຈັດການພົບປະລະດັບອື່ນໆ, ເພື່ອແກ້ໄຂບັນຫາຮີບດ່ວນທີ່ກ່ຽວພັນເຖິງສອງປະເທດແລະບັນຫາຄວາມປອດໄພທາງຍຸດທະສາດຂອງໂລກ.
ທ່ານຢຸຍ ອຸຊງາຄົຟ ຜູ້ຊ່ວຍປະທານາທິບໍດີຣັດເຊຍກ່າວໃນວັນທີ 4 ທັນວານີ້ວ່າ, ມົສກູໄດ້ກຽມພ້ອມແລ້ວທີ່ຈະພົບປະກັບວໍຊິງຕັນ, ແຕ່ບໍ່ຮຽກຮ້ອງຈັດການພົບປະລະດັບປະມຸກລັດທີ່ທ່ານປູຕິນ ປະທານາທິບໍດີຣັດເຊຍແລະທ່ານໂດໂນ ທຣຳ ປະທານາທິບໍດີອາເມຣິກາເຂົ້າຮ່ວມ.
ກ່ອນໜ້ານີ້ປະມຸກລັດສອງປະເທດຣັດເຊຍແລະອາເມຣິກາໄດ້ຕົກລົງຈະພົບປະກັນໃນໄລຍະເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ 20 ປະເທດຫຼື G20 ທີ່ໄດ້ຈັດຂຶ້ນຢູ່ອາກຊັງຕິນ, ແຕ່ພາຍຫຼັງມາຣັດເຊຍໄດ້ກັກເຮືອແລະລູກເຮືອຂອງອູແກຣນໃນເຫດການຊ່ອງແຄບເຄີສໃນທ້າຍເດືອນພະຈິກ, ທ່ານທຣຳຈຶ່ງໄດ້ຍົກເລີກການພົບປະກັບທ່ານປູຕິນ.
ຄຳເຫັນ
0