黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ກຳ​ປູ​ເຈຍ​ຍ້ອງ​ຍໍ​ວິ​ສາ​ຫະ​ກິດ​ຈີນ​ຊຸ​ກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ທ້ອງ​ຖິ່ນ

2018-12-15 17:07:05 cri

ວັນ​ທີ 14 ທັນ​ວາ​ນີ້, ​ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ພ້ອມ​ພັນ​ລະ​ຍາ​ໄດ້​ລົງ​ທັດ​ສະ​ນະ​ສຶກ​ສາ “ເຂດ​ສີ​ສອດ​ດາ​ຣາ ສະ​ກໍ​ຊີ​ໂຊ”ຢູ່​ແຂວງ​ໂກ​ກົງ ປະ​ເທດ​ກຳ​ປູ​ເຈຍທີ່​ພັດ​ທະ​ນາ​ໂດຍ​ວິ​ສາ​ຫະ​ກິດ​ຈີນໂດຍ​ຍ້ອງ​ຍໍ “ເຂດ​ພິ​ເສດ​” ດັ່ງ​ກ່າວ​ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​​ການ​ທ່ອງ​ທ່ຽວ​ແລະເສດ​ຖະ​ກິດ​ອຸດ​ສາ​ຫະ​ກຳ​ຂອງ​ແຂວງ​ໂກ​ກົງ​ຢ່າງ​ຕັ້​ງ​ໜ້າ.

ທ່ານ​ຮຸນ​ແຊນ ກ່າວ​ວ່າ, ແຂວງ​ໂກ​ກົງ​ຕິດ​ກັບ​ແຂວງ​ສີ​ຫະ​ນຸ​ແລະ​ຊາຍ​ແດນ​ຂອງ​ປະ​ເທດ​ໄທ, ແມ່ນ​ຊ່ອງ​ທາງ​ການ​ຄ້າ​ທີ່​ສຳ​ຄັນ, ໂຄງ​ການ​ລົງ​ທຶນ​ຈາກ​ກຸ່ມ​ບໍ​ລິ​ສັດ​ຢູ​ຫຼຽນ​ທຽນ​ສິນຈີນ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຫຼາຍກວ່າ​ເກົ່າ​​ເຂົ້າ​ມາ​ແຂວງ​ດັ່ງ​ກ່າວ, ​ເປັນ​ການ​ຊ່ວຍ​ເຫຼືອ​ການ​​ພັດ​ທະ​ນາຂະ​ແໜງ​ການ​ໂຮງ​ແຮມ​ຂອງ​ແຂວງ​ນີ້, ​ຈຶ່ງມີ​ກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ການ​ພັດ​ທະ​ນາ​ຢ່າງ​ໃຫຍ່​ຫຼວງ.

ຂ່າວ​ລາຍ​ງານ​ຕື່ມວ່າ, ກຸ່ມ​ບໍ​ລິ​ສັດ​​ຢູ​ຫຼຽນ​ໄດ້​ເຊັນ​ສັນ​ຍາ​ພັດ​ທະ​ນາ​ກັບ​ລັດ​ຖະ​ບານ​ກຳ​ປູ​ເຈຍ​ໃນ​ປີ 2008, ​ໂດຍລົງ​ທຶນ​ພັດ​ທະ​ນາ​ໂຄງ​ການ “ເຂດ​ທົດ​ລອງ​ພັດ​ທະ​ນາ​ການ​ລົງ​ທຶນ​ສັງ​ລວມ​ກຳ​ປູ​ເຈຍ​-ຈີນ​ກໍ​ຄືເຂດ​ພິ​ເສດ​ສີ​ສອດ​ດາ​ຣາ​ສະ​ກໍ​ຊີ​ໂຊ​​ກຳ​ປູ​ເຈຍ”, ​ເຊິ່ງ​ເປັນ​ໂຄງ​ການ​ທ່ອງ​ທ່ຽວ​ແຄມ​ທະ​ເລ​ຂະ​ໜາດ​ໃຫຍ່​ແຫ່ງ​ທຳ​ອິດ​ຂອງ​ກຳ​ປູ​ເຈຍ.

ຄຳ​ເຫັນ

0