鄭林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປີດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ເງິນ​ສາ​ກົນ​ຈີນ​ຄັ້ງ​ທີ 15 ຢູ່​ນະ​ຄອນ​ຊຽງ​ໄຮ

2018-12-15 17:22:06 cri

   ວັນ​ທີ 15 ທັນ​ວານີ້, ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ເງິນ​ສາ​ກົນ​ຈີນ​ຄັ້ງ​ທີ 15 ​ໄດ້ຈັດ​ຂຶ້ນຢູ່​ນະ​ຄອນ​ຊຽງ​ໄຮ ພາຍ​ໃຕ້​ຫົວ​ຂໍ້“​ສ້າງລະ​ບົບ​ການ​ເງິນ​ທັນ​ສະ​ໄໝ​ເພື່ອ​ບໍ​ລິ​ການ​ການ​ພັດ​ທະ​​ນາ​ເສດ​ຖະ​ກິດທີ່​ແທ້​ຈິງ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ”, ໂດຍມີຜູ້​ຊ່ຽວ​ຊານ​ແລະ​ນັກ​ວິ​ຊາ​ການ​ເກືອບ 100 ຄົນ​ເຂົ້າ​ຮ່ວມ ເພື່ອ​ລົງ​ເລິກ​ຄົ້ນ​ຄວ້າ​ບົດ​ບາດ​ສຳ​ຄັນ​ຂອງ​ເຕັກ​ໂນ​ໂຣ​ຊີ​ທາງ​ກາ​ນ​ເງິນ​ໃນ​ການ​ບໍ​ລິ​ການ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່​ແທ້ຈິງ.

   ທ່ານ​ເສິນ​ໝິງ​ໂປ່ ຮອງ​ເລ​ຂາ​ທິ​ການ​ໃຫຍ່​​ອຳ​ນາດ​ການປົກ​ຄອງ​ນະ​ຄອນ​ຊຽງ​ໄຮ​ໄດ້​ກ່າວ​ປາ​ໄສວ່າ, ຊຽງ​ໄຮ​ຈະ​ລົງ​ເລິກ​ການ​ປະ​ຕິ​ຮູບ​ແລະ​ປະ​ດິດ​ສ້າງ​ທາງ​ການ​ເງິນ, ຍົກ​ສູງ​ບົດ​ບາດ​ຂອງ​ຕະ​ຫຼາດ​ທາງ​ການ​ເງິນ, ເປີດ​ກວ້າງການ​ເປີດ​ປະ​ຕູ​ແລະ​ການ​ຮ່ວມ​ມື​ທາງ​ການ​ເງິນ​ຕື່ມ​ອີກ, ລົງ​ເລິກ​ການ​ປະ​ດິດ​ສ້າງ​ທາງ​ການ​ເງິນ​ຂອງ​ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ, ​ແລະເພີ່ມ​ທະ​ວີການ​ເປີດ​ປະ​ຕູ​ຕະ​ຫຼາດ​ທາງ​ການ​ເງິນ​​ໃນ​ລະ​ດັບ​ສູງກວ່າ​ເກົ່າ.

   ໃນ​ວາ​ລະ​ປະ​ຊຸມ​ທີ່​ດຳ​ເນີນ​ເປັນ​ເວ​ລາ​ສອງວັນ, ເວ​ທີ​ປຶກ​ສາ​ຫາ​ລື​ດັ່ງ​ກ່າວ​ຈະ​​ປຶກ​ສາ​ຫາ​ລື​ໂດຍປິ່ນ​ອ້ອມ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ທາງ​ການ​ເງິນ​ແລະ​ການ​ສ້າງ​ສະ​ພາບ​ແວດ​ລ້ອ​ມ​ໃໝ່​ທາງ​ການ​ເງິນ, ການ​ປັບ​ປຸງ​ລະ​ບົບ​ການ​ບໍ​ລິ​ການ​ທາງ​ການ​ເງິນ​ແລະການ​ພັດ​ທະ​ນາ​ຂະ​ແໜງ​ການ​ທາງ​ການ​ເງິນ ແລະ​ຫົວ​ຂໍ້​ອື່ນໆ. ນອກນີ້ ເວ​ທີ​ດັ່ງ​ກ່າວ​ຍັງ​ຈັດໃຫ້​ມີ​ເວ​ທີ​ປຶກ​ສາ​ຫາ​ລື​ສະ​ເພາະ “ການ​ຂຶ້ນ​ຕະ​ຫຼາດ​ຢູ່​ຕ່າງ​ປະ​ເທດ​ແລະ​​​ການວາງ​ແຜນຕົ້ນ​ທຶນ​ລະ​ດັບ​ສູງ​ສຸດ​ເພື່ອ​ຊຸກ​ຍູ້ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ”​ອີກ​ດ້ວຍ, ເພື່ອ​ເປີດ​ແນວ​ຄິດ​ໃໝ່​ແລະ​ຊ່ອງ​ທາງ​ໃໝ່​ໃຫ້​ວິ​ສາ​ຫະ​ກິດ​ໃນ​ການ​ລະ​ດົມ​ທຶນ​ເຂົ້າ​ຕະ​ຫຼາດ.

ຄຳ​ເຫັນ

0