鄭林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ຍັດ​ຕິ​ທີ່​ກ່ຽວ​ຂ້ອງ​ກັບ​ຕິ​ເບດ​ຂອງລັດ​ຖ​ະສະ​ພາ​ອາ​ເມ​ລິ​ກາ

2018-12-15 17:28:07 cri

   ໂດຍ​ແນ​ໃສ່ລັດ​ຖະ​ສະ​ພາ​ອາ​ເມ​ລິ​ກາ​ໄດ້​ຜ່ານຮັບ​ຮອງ“ຍັດ​ຕິ​ເຂົ້າ​ຕິ​ເບດທີ່​ປະ​ຕິ​ບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບ​​ປີ2018”​ໃນຫວ່າງ​ກ່ອນນີ້​ບໍ່​ດົນ, ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ວັນ​ທີ14ທັນ​ວານີ້​ວ່າ, ຍັດ​ຕິ​ສະ​ບັບ​ດັ່ງ​ກ່າວ​ໄດ້ເບິ່ງ​ຂ້າມ​ເລື່ອງຄວາມ​ເປັນ​ຈິງ, ​ແລະແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ ​ຮ້າຍກາດ, ຈີນ​ຈິ່ງຄັດ​ຄ້ານ​ຕໍ່​ເລື່ອງນີ້​ຢ່າງ​ເດັດ​ຂາດ.

   ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ດັ່ງ​ກ່າວ ມີ​ນັກ​ຂ່າວ​ຖາມ​ວ່າ: ​ລັດ​ຖະ​ສະ​ພາ​ອາ​ເມ​ລິ​ກາ​ຜ່ານ​ຮັບ​ຮອງ​ຍັດ​ຕິ​ໂດຍຮຽກ​ຮ້ອງ​ໃຫ້​ອະ​ນຸ​ມັດ​ເຈົ້າ​ໜ້າ​ທີ່​ການ​ທູດ ນັກ​ຂ່າວ​ແລະ​ນັດ​ທ່ອງ​ທ່ຽວ​ອາ​ເມ​ລິ​ກາ​ເຂົ້າ​ຕິ​ເບດ.​ ຖ້າ​ວ່າ​ບຸກ​ຄົນ​ເຫຼົ່າ​ນີ້​ບໍ່​ສາ​ມາດ​ເຂົ້າ​ຕິ​ເບດ, ລັດ​ຖະ​ສະ​ພາ​ອາ​ເມ​​ລິ​ກາຫວັງ​ໃຫ້​ປະ​ຕິ​ເສດ​ບໍ່​ໃຫ້​ເຈົ້າ​ໜ້າ​ທີ່​ຈີນ​ເຂົ້າ​ອາ​ເມ​ລິ​ກາ​ເຊັ່ນ​ກັນ. ທ່ານ​ມີ​ຄຳ​ເຫັນ​ແນວ​ໃດ​ຕໍ່​ເລື່ອງນີ້?

   ທ່ານ​ລູ້​ຄ່າງ​ກ່າວ​ວ່າ, ວຽກ​ງານ​ຕິ​ເບດ​ເປັນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ທັງ​ນັ້ນ, ຈະບໍ່​ໃຫ້​ປະ​ເທດ​ອື່ນ​ເຂົ້າ​ແຊ​ກ​ແຊງ​ຢ່າງ​ເດັດ​ຂາດ. ຄົນ​ຕ່າງ​ປະ​ເທດ​ຢາກ​ໄປ​ເຂດ​ຕິ​ເບດ, ສາ​ມາດ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ຜ່ານ​ຊ່ອງ​ທາງ​ປົກ​ກະ​ຕິ. ຄວາມ​ຈິງ​ແລ້ວ ແຕ່​ລະ​ປີ​ກໍ​ມີ​ຄົນ​ຈີນ​ແລະ​ຄົນ​ຕ່າ​ງ​ປະ​ເທດ​ຈຳ​ນວນ​ຫຼວງ​ຫຼາຍ​ໄປ​ຢ້ຽມ​ຢາມ,ທ່ອງ​ທ່ຽວ​ແລະ​ເຮັດ​ທຸ​ລະ​ກິດ​ຢູ່​ເຂດ​ຕິ​ເບດ. ແຕ່​ປີ2015ເປັນ​ຕົ້ນ​ມາ ​ມີ​ຄົນ​ອາ​ເມ​ລິ​ກາ​ເກືອບ 4 ໝື່ນ​ເທື່ອ​ຄົນ​ເຂົ້າ​ໄປໃນ​ເຂດ​ຕິ​ເບດ. ນີ້​ໄດ້​ພິ​ສູດ​ຢ່າງ​ເຕັມ​ທີ່​ວ່າ, ​ຍັດ​ຕິ​ຂອງ​ລັດ​ຖະ​ສະ​ພາ​ອາ​ເມ​ລິ​ກາຕຳ​ໜິ​ຈີນນັ້ນ​ຂາດ​ຫຼັກ​ຖານ​ອ້າງ​ອີງ. ຈີນ​ທວງ​ໃຫ້​ພາກ​ສ່ວນ​ບໍ​ລິ​ຫານ​ອາ​ເມ​ລິ​ກາ​​ໃຊ້​ມາດ​ຕະ​ການ​ທີ່​ມີປະ​ສິ​ດທິ​ຜົນ​ໃນ​ທັນ​ທີ, ສະ​ກັດ​ກັ້ນ​ບໍ່​ໃຫ້​ຍັດ​ຕິ​ສະ​ບັບ​ນີ້ໄດ້​ຮັບ​ການ​ລົງ​ນາມ​ແລະ​ກາຍ​ເປັນ​ກົດ​ໝາຍ, ເພື່ອ​​ຫຼີກເວັ້ນ​ບໍ່​ໃຫ້​ ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຖືກທຳ​ລາຍ​​ ແລະ​ກະ​ທົບ​ເຖິງການ​ຮ່ວມ​ມື​ ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ສຳ​ຄັນ.

ຄຳ​ເຫັນ

0