鄭林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ສິ່ງ​ແວດ​ລ້ອມ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 4 ຈະ​ໄຂ​ຂຶ້ນ​ຢູ່​​ເນ​ໂລ​ປີ

2018-12-15 17:34:07 cri

   ວັນ​ທີ 14 ທັນ​ວານີ້ ໂຄງ​ການ​ສິ່ງ​ແວດ​ລ້ອມ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​​ຫຼືUNEPປະ​ກາດ​ວ່າ, ກອງ​ປະ​ຊຸມ​ສິ່ງ​ແວດ​ລ້ອມ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 4 ຈະ​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ເນ​ໂລ​ປີ​ປະ​ເທດ​ເກນ​ຢາ ​ເຊິ່ງ​ເປັນ​ທີ່​ຕັ້ງສຳ​ນັກ​ງານ​ໃຫຍ່ຂອງUNEP​ໃນ​ວັນ​ທີ 11-15​ເດືອນ​ມີ​ນາ​ປີ​ໜ້າ.

   ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ເປັນ​ກົນ​ໄກ​ຕັດ​ສິນ​ນະ​ໂຍ​ບາຍ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ລະ​ດັບ​ສູງ​ສຸດ​ຂອງ​ໂລກ, ສອງ​ປີໃດ​ຈັດ​ຂຶ້ນເທື່ອ​ໜຶ່ງ, ເພື່ອ​ກຳ​ນົດ​ວຽກ​ງານ​ບູ​ລິ​ມະ​ສິດ​ໃນ​ການ​ວາງນະ​ໂນ​ບາຍ​ສິ່ງ​ແວດ​ລ້ອມ​ທົ່ວ​ໂລກ.

   ກອງ​ປະ​ຊຸມ​ສິ່ງ​ແວດ​ລ້ອມ​ຄັ້ງ​ນີ້​ມີ​ຫົວ​ຂໍ້​ວ່າ: ສະ​ແຫວງ​​​ຫາວິ​ທີ​ແກ້​ໄຂ​ໃໝ່, ຮັບ​ມື​ກັບ​​ສິ່ງທ້າ​ທາຍ​ດ້ານ​ສິ່ງ​ແວດ​ລ້ອມ ແລະ​ບັນ​ລຸ​ການ​ບໍ​ລິ​ໂພກ​ແລະ​ການ​ຜ​ະ​ລິດ​ແບບ​ຍືນ​ຍົງ. UNEPກ່າວ​ວ່າ,ຢາກ​ຈະ​ຈັດ​ກິດ​ຈະ​​ກຳ​ສົ່ງ​ເສີມ“ການ​ປະ​ດິດ​ສ້າງ​ບໍ່​ມີ​ພົມ​ແດນ,ດຳ​ລົງ​ຊີ​ວິດ​ຢ່າງ​ສຸກ​​​ສະ​ໜານ​ແລະ​ມີ​ລະ​ບຽບ​ການ”ໃນ​ທົ່ວ​ໂລກ, ​ເພື່ອໃຫ້​ປວງ​ຊົນ​ຮັບ​ຮູ້​ເຖິງ​​ຕົ້ນ​ທຶນ​ສິ່ງ​ແວດ​ລ້ອມ​ທີ່​ເກີດ​ຈາກການ​ບໍ​ລິ​ໂພກແລະຮູບ​ການ​ການ​ຜະ​ລິດໃນ​ປັດ​ຈຸ​ບັນ.

ຄຳ​ເຫັນ

0