何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ລາວ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ

2018-12-16 14:49:29 CRI

圖片默認標題_fororder_785392455

ວັນ​ທີ 16 ທັນ​ວາ​ນີ້, ທ່ານ​ທອງ​ລຸນ ສີ​ສຸ​ລິດ, ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ປ​ປ​ລາວ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຂອງ​ທ່ານ​ວາງຢີ້, ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ປ​ຈີນ.

 

ທ່ານ​ວາງຢີ້ໄດ້​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ທີ່​ອົບ​ອຸ່ນ​ຂອງ​ທ່ານຫຼີ​ເຄີ້​ສຽງ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຕໍ່​ທ່ານ​ທອງ​ລຸນ ສີ​ສຸ​ລິດ. ທ່ານ​ວາງຢີ້​ກ່າວ​ວ່າ, ພາຍ​ໃຕ້​ການ​ນຳ​ພາ ແລະ​ການ​ຊຸກ​ຍູ້​ຂອງ​ຜູ້​ນຳ​ສູງ​ສຸດ​ຂອງ​ສອງພັກ​ສອງ​ລັດ, ສາຍ​ພົວ​ພັນ​ຈີນ​ລາວ​ໄດ້​ພັດ​ທະ​ນາ​ກ້າວ​ສູ່​ລວງ​ເລິກ​ຢ່າງວ່ອງ​ໄວ. ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ ແລະ ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່​ບຸນ​ຍັງ ວໍ​ລະ​ຈິດ​ໄດ້​ສະ​ເໜີ​ໃຫ້​ສ້າງຄູ່​ຮ່ວມ​ຊາ​ຕາ​ກຳ​ທີ່​ມີ​ຄວາມ​ໝາ​ຍ​ຍຸດ​ທະ​ສາດ​ຈີນ​ລາວ, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​​ສາຍ​ພົວ​ພັນ​ຈີນ​ລາວ​ມີລັກ​ສະ​ນະ​ພິ​ເສດ​ດ້ານ​ສາຍ​ພົວ​ພັນ​ສອງ​ຝ່າຍ ແລະ ລັກ​ສະ​ນະ​ຍຸ​ດ​ທະ​ສາດດ້ານ​ສາ​ກົນ. ນີ້​ກໍ​ເປັນ​ຄັ້ງ​ທຳ​ອິດ​ທີ່​ສ້າງ​​ຄູ່​ຮ່ວມ​ຊາ​ຕາ​ກຳ​ລະ​ຫວ່າງ​ສອງ​ປະ​ເທດ​ແຕ່​ຈີນ​ສະ​ເໜີ​ທັດ​ສະ​ນະ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ​ເປັນ​ຕົ້ນ​ມາ, ເຊິ່ງ​ມີ​ຄວາມ​ໝາຍ​ທີ່​ເປັນ​ແບບ​ຢ່າງ​ທີ່​ດີ. ຈີ​ນ​ຍິນ​ດີ​ຮ່ວມ​ກັບ​ລາວ, ຖື​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເຫັນ​ເປັນ​ເອກ​ພາບ​ກັນ​ລະ​ຫວ່າງ​ຜູ້​ນຳ​ສູງ​ສຸດ​ສອງ​ປະ​ເທດ​ເປັນ​ສາຍຫຼັກ, ຮັດ​ແໜ້ນ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ຝ່າຍ, ​ແລະຊຸກ​ຍູ້​ການ​ຮ່ວມ​ມື​ຮອບ​ດ້ານ.

圖片默認標題_fororder_1584055004

ທ່ານ​ວາງຢີ້​ກ່າວ​ຕື່ມ​ວ່າ, ຈີນ​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ຂອງ​ລາວ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມຂອງ​ສອງ​ປະ​ເທດ, ຍິນ​ດີ​ຊຸກ​ຍູ້​ໃຫ້​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ຂອງ​ຈີນເຊື່ອມ​ຈອດ​ກັບ ຍຸດ​ທະ​ສາດ​ “ຫັນ​ປະ​ເທດ​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ​ເລ​ໃຫ້​ເປັນ​ປະ​ເທດ​ເຊື່ອມ​ໂຍງ​ໃນ​ພາກ​ພື້ນ”ຂອງ​ລາວ, ເພື່ອ​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ແຜນ​ການ​ຮ່ວມ​ມື​ແລວ​ເສດ​ຖະ​ກິດ​ຈີນ​ລາວ​ໂດຍ​ໄວ, ເພີ່ມ​ທະ​ວີ​ຂີດ​ຄວາມ​ສາ​ມາດ​ພັດ​ທະ​ນາ​ດ້ວຍ​ຕົນ​ເອງ​ຂອງ​ລາວ, ສຸມ​ໃສ່​ສ້າງ​ທາງ​ລົດ​ໄຟ​ຈີນ​ລາວ​ໃຫ້​ດີ, ຊຸກ​ຍູ້​ພັດ​ທະ​ນາ​ແລວ​ເສດ​ຖະ​ກິດ​ລຽບ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ຢ່າງ​ເປັນ​ລະ​ບຽບ, ເຮັດ​ໃຫ້​ການ​ຮ່ວມ​ມື​ຕົວ​ຈິງ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ຮັບ​ໝາກ​ຜົນ​ຕົວ​ຈິງຫຼາຍກວ່າ​ເກົ່າ.

 

ທ່ານ​ທອງ​ລຸນ ສີ​ສຸດ​ລິດ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​​ຕໍ່​ທ່ານ​​ວາງຢີ້​ທີ່​ມາ​ຢ້ຽມ​ຢາມ​ລາວ​ຢ່າງ​ເປັນ​ທາງ​ການ. ທ່ານ​ທອງ​ລຸນ​ກ່າວ​ວ່າ, ລາວ​ຈີນ​ມີ​ສາຍ​ພົວ​ພັນມິດ​ຕະ​ພາບ ແລະ​ພິ​ເສດ, ມີ​ພື້ນ​ຖານ​ແຫ່ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ​ຢ່າງ​ໜັກ​ແໜ້ນ. ລາວ​ຍິນ​ດີ​ຮ່ວມ​ກັບ​ຈີນ​ກຳ​ນົດ ແລະ​ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​​ການໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ສອງ​ຝ່າຍ​ທີ່​ສຳ​ຄັນ​ໃນ​ປີ​ໜ້າ, ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ. ປະ​ຈຸ​ບັນ, ສອງ​ຝ່າຍ​ພວມ​ເລັ່ງ​ລັດ​ແລກ​ປ່ຽນ ແລະ​ປະ​ສານ​ງານ​ກ່ຽວ​ກັບ​ແຜນ​ການ​ດຳ​ເນີນ​ງານ​ກ່ຽວ​ກັບ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ສອງ​ປະ​ເທດ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ, ເຊື່ອ​ໝັ້ນ​ວ່າ​ຈະ​ຕົກ​ລົງ​ເປັນ​ເອ​ກະ​ສັນ​ກັນ ແລະ​ລົງ​ນາມ​ໂດຍ​ໄວ​ຢ່າງ​ແນ່ນອນ, ເຊິ່ງ​ຈະ​ເປັນ​ການ​ກຳ​ນົດ​ທິດ​ທາງ​ໃຫ້​ແກ່​ການ​ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ.

 

 

ຄຳ​ເຫັນ

0