何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດກອງປະຊຸມຂອບການຮ່ວມມືເຈົ້າໜ້າທີ່ອາວຸໂສແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຄັ້ງທີ 7

2018-12-16 13:30:06 CRI

ວັນທີ 16 ທັນວາ 2018ນີ້, ທີ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ສປປ ລາວ ໄດ້ຈັດກອງປະຊຸມຂອບການຮ່ວມມືເຈົ້າໜ້າທີ່ອາວຸໂສແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຄັ້ງທີ 7 ໂດຍການເປັນປະທານຮ່ວມລະຫວ່າງທ່ານ ສົງການ ຫຼວງມຸນິທອນ ຫົວໜ້າກົມເສດຖະກິດກະຊວງການຕ່າງປະເທດ ສປປ ລາວ ແລະທ່ານ ເສິນ ສຽວຕົງ ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ສປ ຈີນ ມີບັນດາປະເທດລຸ່ມແມ່ນໍ້າຂອງຄື: ຫວຽດນາມ, ກໍາປູະເຈຍ,​ໄທ ແລະມຽນ​ມາ ເຂົ້າຮ່ວມ.

圖片默認標題_fororder_IMG_1034.JPG

 ໃນໂອກາດດັ່ງກ່າວ, ທ່ານ ສົງການ ຫຼວງມຸນິທອນ ຫົວໜ້າກົມເສດຖະກິດກະຊວງການຕ່າງປະເທດ ສປປ ລາວ ໄດ້ໃຫ້ຮູ້ວ່າ: ສໍາລັບກອງປະຊຸມຄັ້ງນີ້, ຈຸດປະສົງເພື່ອຖະແຫຼງຂ່າວຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດ ຊື່ງຈະຈັດຂຶ້ນໃນວັນທີ 17 ທັນວາ 2018 ນີ້. ໃນຖະແຫຼງການຮ່ວມມີບັນຫາສໍາຄັນເພື່ອທົບທວນການຈັດຕັ້ງປະຕິບັດໂຄງການຕ່າງໆທີ່ບັນດາຜູ້ນໍາໄດ້ຮັບຮອງເອົາຢູ່ກອງປະຊຸມສຸດຍອດຄັ້ງທີ 1 ແລະຄັ້ງທີ 2. ນອກຈາກນັ້ນກໍ່ຍັງມີບັນດາໂຄງການ​ຢູ່​ພາຍ​ໃຕ້​ກອງ​ທຶນ​ພິ​ເສດ​ຈຳ​ນວນ​ໜຶ່ງ ຊຶ່ງ​​ທຸກ​ປະ​ເທດ​ສະ​ມາ​ຊິກ​ ໄດ້ມີ​ໂຄ​ງ​ການ​ເປັນ​ຂອງ​ຕົນ​ເອງ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ. ສຳ​ລັບ ສ​ປປ ລາວ ມີ  13 ໂຄງ​ການ ໃນນັ້ນ, ມີໂຄງການທີ່ກໍາລັງຈັດຕັ້ງປະຕິບັດ, ຈໍານວນໜື່ງກໍ່ກໍາລັງກະກຽມຈັດຕັ້ງປະຕິບັດ. ພ້ອມ​ກັນ​ນັ້ນກໍ່​ຍັງ​ໄດ້​ຮັບ​ຊາບ​ບັນ​ດາ​ໂຄງ​ການ​ໃໝ່ ຊື່ງ​ຈະ​ໄດ້​ຮັບ​ຮອງ​ເອົາ​ ເພື່ອຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ປີ 2019. ​ກອ​ງ​ປະ​ຊຸມຍັງ​ຈະ​​​ປຶກ​ສາ​ຫາ​ລືເຖິງທິດທາງການຮ່ວມມືໃນອະນາຄົດ​ຂອງຂອບການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ເພື່ອສືບຕໍ່ຂະຫຍາຍຂອບການຮ່ວມມືໃຫ້ກວ້າງຂວາງກວ່າເກົ່າ ເພື່ອພ້ອມ​ກັນ​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ສູ່​ບັນ​ດາ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ໂດຍ​ສະ​ເພາະ​ແມ່​ນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ການ​ເຊື່ອມ​ໂຍງ​ຢູ່​ໃນ​ພາກ​ພື້ນ. ນອກຈາກນີ້, ເພື່ອເປັນ​ການ​ສືບ​ຕໍ່ຈັດ​ຕັ້ງ​ປະ​ບັດ​ຂໍ້​ຕົກ​ລົງ​ຂອງກອງ​ປະ​ຊຸມ​ສຸດຍ​ອດ​ຂອງ​ຜູ້​ນຳ​ຄັ້ງ​ທີ​ສອງ​ຢູ່​ນະ​ຄອນຫຼວງ​ພະ​ນົມ​ເປັນ ​ໃນ​ປີ 2017. ໃນ​ນາມ​ເປັນ​ປະ​ທານ​ຮ່ວມ ສ​ປ​ປ ລາວ ຈະ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂໍ້​ຕົກ​ລົງ​ຂອງ​ຜູ້​ນຳ ທັງ​ເປັນ​ການ​ກະ​ກຽມກ​ອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 3 ໃນ​ປີ 2020 ທີ່ ສ​ປ​ປ ລາວ​ຈ​ະ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ ໂດຍ​ຮ່ວມ​ກັບ ສ​ປ ຈີນ.

 

 

 

ຄຳ​ເຫັນ

0