吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ປ້ອງ​ການ​ຄວາມ​ສະຫງົບ​ຈີນ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດຕໍ່ອຸບັດ​ເຫດ​ທາງ​ຖະໜົນ​ອ່າວ​ໜັກໜ່ວງ 530 ​ເທື່ອ​ທີ່​ເກີດ​ຂຶ້ນໃນ​ປີ 2018

2018-12-16 17:02:11 CRI

​ນັບ​ແຕ່ເດືອນ​ມັງກອນຫາ​ເດືອນ​ພະຈິກ​ນີ້, ອົງການ​ຄຸ້ມ​ຄອງ​ຄົມມະນາຄົມ​ຂອງ​ພະ​ແນ​ກປ້ອງ​ກັນ​ຄວາມ​ສະຫງົບ​ບັນດາ​​ເຂດ​ແຄວ້ນ​ຈີນ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດຢ່າງ​ເລິກ​ເຊິ່ງຕໍ່​ອຸບັດ​ເຫດ​ທາງ​ຖະໜົນ​ທີ່​ອ່າວ​ໜັກໜ່ວງ 530 ​ເທື່ອທີ່​ເກີດ​ຂຶ້ນ​ໃນ​ປີ 2018 ​ແລະ​ດຳ​ເນີນ​ການ​ສຳ​ຫຼວດຢ່າງ​ເລິກ​​ເຊິ່ງຕໍ່ອຸບັດ​ເຫດ​ລົດ​ຕຳ​ຄົນ ​ແລະ​ເຮັດໃຫ້​ມີ​ຜູ້​ເສຍ​ຊີວິດ ​ແລະ​ບາດ​ເຈັບນັ້ນ 17 ​​ເທື່ອ, ປັດຈຸບັນນີ້, ​ໄດ້​ສຳ​ເລັດ​ການ​ສືບສວນ 506 ຄະດີ ​ແລະ​ຕັ້ງ​ເປັນຄະດີ​ທາງ​ອາຍາ​ຕາມ​ກົດໝາຍ 190 ​ຄະດີ.

ວັນ​ທີ 16 ທັນວາ​ນີ້, ກົມ​ຄຸ້ມຄອງ​ຄົມມະນາຄົມ​ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ໄດ້​ແຈ້ງ​ຂ່າວ​ດັ່ງ​ກ່າວ.

​ເພື່ອ​ສຳ​ຫຼວ​ດ​ສາ​ເຫດ​ຕົ້ນຕໍ​ຂອງອຸບັດ​ເຫດ​ທາງ​ຖະໜົນ​ຢ່າງ​ເລິກ​ເຊິ່ງ, ຊອກ​ຫາ​ຂັ້ນ​ຕອນ​ທີ່​ເປັນຄວາມ​ສ່ຽງ​ຕໍ່​ຄວາມ​ປອດ​ໄພ ຫຼື ບ່ອນ​ບົກ​ຜ່ອງ​ດ້ານ​ການຄຸ້ມ​ຄອງ ​ທີ່​ເຮັດ​ໃຫ້​ເກີດອຸບັດ​ເຫດ, ນັບ​ແຕ່​ຕົ້ນ​ປີ​ນີ້ມາ, ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຕ່າງ​ໆ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດຢ່າງ​ເລິກ​ເຊິ່ງຕໍ່​ອຸບັດ​ເຫດ​ທາງ​ຖະໜົນ​ຢ່າງ​ຕໍ່​ເນື່ອງ, ຕໍ່​ບັນຫາ​ສຳຄັນ​ທີ່​ເປີດ​ເຜີຍ​ຈາກ​​ອະ​ບັດ​ເຫດ​ອ່າວ​ໜັກ​ໜ່ວງ (ທີ່​ມີ​ຜູ້​ເສຍ​ຊີວິດ 3 ​ເຖິງ 9 ຄົນ​ໃນ​ຄັ້ງ​ດຽວ), ຊຸກຍູ້​ຂະ​ແໜງ​ການ ​ແລະ​ວິ​ສາ​ຫະກິດ​ທີ່​ກ່ຽວຂ້ອງ​ໃຫ້​ດຳ​ເນີນ​ການ​ປັບປຸງ, ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ແບບ​ປະສານ​ງານ ​ເພື່ອ​ຮັບປະກັນ​ການ​ສັນຈອນ​ຕາ​ມຖະໜົນ​ທົ່ວ​ປະ​ເທດ​ມີ​ຄວາມ​ນັກ​ແໜ້ນ​ຢ່າງ​ຕໍ່​ເນື່ອງ.

ຄຳ​ເຫັນ

0