覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່າບຸນ​ຍັງ​ວໍ​ລະ​ຈິດ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ

2018-12-16 15:06:13 cri

圖片默認標題_fororder_byhshslyhfshlsffe1
 

ວັນ​ທີ 16 ທັນ​ວາ​ນີ້​ຢູ່​ນະ​ຄອນຫຼວງວຽງ​ຈັນ, ທ່ານ​ບຸນ​ຍັງ ວໍ​ລະ​ຈິດ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​​ກະ​ຊວງການ​ຕ່າງ​ປະ​ເທດ​ຈີນ.
 

圖片默認標題_fororder_byhshslyhfshlsffe2

ທ່ານ​ວາງ​ຢີ້​ໄດ້​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ອັນ​ສະ​ໜິດ​ສະ​ໜົມ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ໄປ​ເຖິງ​ທ່ານ​ບຸນ​ຍັງ​ ວໍ​ລະ​ຈິດ. ທ່ານ​ວາງ​ຢີ້​ກ່າວ​ວ່າ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ແລະ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ບຸນ​ຍັງ​ວໍ​ລະ​ຈິດ​ໄດ້​ຮັກ​ສາ​ການ​​ແລກ​ປ່ຽນຢ້ຽມ​ຢາມ​ກັນ​ແລະ​ປຶກ​ສາ​ຫາ​ລື​ທາງ​ຍຸດ​ທະ​ສາດ​ຢ່າງ​ໃກ້​ຊິດ ເຊິ່ງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຊີ້​ນຳ​ທິດ​ທາງ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ພັກ​ແລະ​ສອງ​ລັດ. ຜູ້​ນຳ​ສອງ​ປະ​ເທດ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ສຳ​ຄັນ​ກ່ຽວ​ກັບ​ການ​ຮ່ວມ​ກັນ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ທີ່​ມີ​ຄວາມ​ໝາຍ​ທາງ​ຍຸດ​ທະ​ສາດ ເຊິ່ງ​ໄດ້​ກຳ​ນົດ​ທິດ​ທາງ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ປີ​ໜ້າ​ຈະ​ເປັນ​ປີ​ຄົບ​ຮອບ 10 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ລາວ. ຈີນ​ຍິນ​ດີ​ຮ່ວມ​ກັບ​ລາວ​ຈັດ​ຕັ້ງ​ປະ​ຕິ​ບັດ​ໝາກ​ຜົນ​ຂອງ​ການ​ແລກ​ປ່ຽນ​ຢ້ຽມ​ຢາມ​ກັນ​ລະ​ຫວ່າງ​ຜູ້​ນຳ​ສອງ​ພັກ-ສອງ​ລັດ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ຮອບ​ດ້ານ, ສ້າງ​ອະ​ນາ​ຄົດ​ທີ່​ສອງ​ປະ​ເທດ​ພັດ​ທະ​ນາ​ຮ່ວມ​ກັນ​ແລະ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ.
 

 ທ່ານ​ວາງ​ຢີ້​ຊີ້​ໃຫ້​ເຫັນ​ວ່າ: ພວກ​ເຮົາ​ຍິນ​ດີ​ຮ່ວມ​ກັບ​ລາວ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ພັກ​ສອງ​ລັດ​ຕື່ມ​ອີກ, ຮ່ວມ​ກັນ​ເລັ່ງ​ລັດ​​ວາງ​ແຜນ​ການ​ດຳ​ເນີນ​ງານ​ເພື່ອ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ, ວາງ​ແຜນ​ແມ່​ບົດ​ໄລ​ຍະ​ຍາວ​ເພື່ອ​ການ​ຮ່ວມ​ມື​ແລະ​ພັດ​ທະ​ນາ​ ​ການ​ພົວ​ພັນ​ສອງ​ພັກ​ສອງ​ລັດ. ແລວເສດ​ຖະ​ກິດ​ຈີນ-ລາວ​ເປັນ​ໂຄງ​ການ​ທີ່​ເປັນ​ຂີດ​ໝາຍ​ຂອງ​ສອງ​ປະ​ເທດ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ຫວັງ​ວ່າ​ສອງ​ຝ່າຍ​ຈະ​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ແຜນ​ການ​ຮ່ວມ​ມື​​ດັ່ງ​ກ່າວໂດຍ​ໄວ,ສຸມ​ທຸກ​ຄວາມ​ພະ​ຍາ​ຍາມເພື່ອ​ເຊັນ​ສັນ​ຍາ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.​ສອງ​ຝ່າຍ​ຄວນ​ຮ່ວມ​ກັນ​ຈັດ​ກິດ​ຈະ​ກຳ​ປີ​ທ່ອງ​ທ່ຽວ​ຈີນ-ລາວ 2019 ໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ດີ​ເພື່ອ​ເພີ່ມມິດ​ຕະ​ພາບ​ແລະ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ. ພວກ​ເຮົາ​ກໍ​ຍິນ​ດີ​ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ຊ່ວຍ​ເຫຼືອ​ທີ່​ກ່ຽວ​ຂ້ອງ​​ໃຫ້​ດີເພື່ອ​ສ້າງ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ໃຫ້​ປະ​ຊາ​ຊົນ​ລາວ​.
 

ທ່ານ​ບຸນ​ຍັງ​ ວໍ​ລະ​ຈິດ​ໄດ້​ຂໍ​ຜ່ານ​ທ່ານ​ວາງ​ຢີ້​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ໄປ​ເຖິງ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ກາ​ນ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ. ທ່ານ​ບຸນ​ຍັງ ວໍ​ລະ​ຈິດ​ຢືນ​ຢັນ​ວ່າ  ​ປັດ​ຈຸ​ບັນ,ການ​ພົວ​ພັນ​ສອງ​ພັກ​ສອງ​ລັດ​ລາວ-ຈີນ​ກຳ​ລັງ​ຢູ່​ໃນ​ໄລ​ຍະທີ່​ດີ​ທີ່​ສຸດ. ປີ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ​ສີ​ຈິ້ນ​ຜິງ​ຢ່າງ​ສຳ​ເລັດ​ຜົນ​ສອງ​ຄັ້ງ ໂດຍ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ສຳ​ຄັນ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ, ນີ້​ຄື​ການ​ພົວ​ພັນ​ແບບ​ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ທຸກ​ຍາກ​ແລະ​ຮ່ວມເປັນ​ຮ່ວມຕາຍ. ​ທຸກ​ຂັ້ນລາວ-ຈີນ​ໄດ້​ແລກ​ປ່ຽນ​ກັນ​ໃນ​ທຸກ​ຂົງ​ເຂດ​ຢ່າງ​ໃກ້​ຊິດ​ແລະຫຼວງຫຼາຍ. ຂ້າ​ພະ​ເຈົ້າ​ເອງ​ກໍ​ຍິນ​ດີ​ເດີນ​ທາງ​ໄປ​ຈີນ​ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ຄັ້ງ​ທີ 2. ຂອບ​ໃຈ​ຈີນ​ທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແລະ​ສະ​ໜັບ​ສະ​ໜູນ​ຢ່າງ​ເອື້ອ​ເຟື້ອ​ເຜື່ອ​ແຜ່​ໃນ​ໄລ​ຍະ​ດົນ​ນານ​ມາ​ນີ້. ລາວ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ການ​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ ເຊິ່ງ​ປັດ​ຈຸ​ບັນ​ໂຄງ​ການ​ນີ້​ໄດ້​ປະ​ຕິ​ບັດ​ໄປ​ດ້ວຍ​ດີ. ລາວ​ຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ຈີນ​ມາ​ລົງ​ທຶນ​ພັດ​ທະ​ນາ​ທຸ​ລະ​ກິດ​ຢູ່​ລາວ​ໃຫ້ຫຼາຍກວ່າ​ເກົ່າ​ເພື່ອ​ບັນ​ລຸ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ນຳ​ກັນ.

ຄຳ​ເຫັນ

0