黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ທ່ານ​ຮຸນ​ແຊນ

2019-01-22 14:32:24 cri

圖片默認標題_fororder_1124022396_15480785011801n

ວັນ​ທີ 21 ມັງ​ກອນ​ນີ້​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ໂອ​ກາດ​ເດີນ​ທາງ​ຢ້ຽມ​ຢາມ​ຈີນ. ທ່ານ​ສີ​ຈິ້ນ​ຜິງ ເນັ້ນ​ໜັກ​ວ່າ, ສອງ​ຝ່າຍ​ຄວນ​ຖືເອົາ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ເປັນ​ເປົ້າ​ໝາຍ​ຮ່ວມ​ກັນ, ກຳ​ນົດ​ຈຸດ​​ສຸມການ​ຮ່ວມ​ມື​ໃຫ້​ຄັກ​ແນ່​ຕື່ມ​ອີກ, ເພື່ອ​​ກຳ​ນົດ​ໃຫ້​ເປັນ​ຈຸດ​ເລີ່ມ​ຕົ້ນ​ທີ່​ດີ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ແລະ​ກຳ​ປູ​ເຈຍ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​​ຫຼາຍກວ່າ​ເກົ່າ​ໃນ​ຮອບ 60 ປີ​ຕໍ່​ໄປ. ຈີນ​ສະ​ໜັບ​ສະ​ໜູນ​ກຳ​ປູ​ເຈຍ​​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ທີ່​ສອດ​ຄ່ອງ​​ເງື່ອນ​ໄຂ​ພາຍ​ໃນ​ປະ​ເທດຂອງ​ຕົນ, ເຊື່ອ​ວ່າ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​​ທ່ານຮຸນ​ແຊນ, ກຳ​ປູ​ເຈຍ​ຈະ​ໄດ້​ຮັບ​ຜົນ​ງານ​ໃໝ່​ໃຫຍ່​ຫຼວງກວ່າ​ເກົ່າ​ໃນ​ພາ​ລະ​ກິດ​ສ້າງ​ສາ​ປະ​ເທດ​ຊາດ​ຢ່າງ​ແນ່ນອນ. ນອກ​ນີ້, ທ່ານ​ສີ​ຈິ້ນ​ຜິງຍັງ​ສະ​ເໜີ​ວ່າ, ສອງ​ປະ​ເທດ​ຄວນ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ເມືອງ, ເສດ​ຖະ​ກິດ, ຄວາມ​ໝັ້ນ​ຄົງ​ແລະ​ວັດ​ທະ​ນະ​ທຳ​ບົນ​ພື້ນ​ຖານ​​ໃນປັດ​ຈຸ​ບັນ.

ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊື້ອ​ເຊີ​ນ​ຂອງ​ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ, ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ພ້ອມ​ດ້ວຍ​ຄະ​ນະ​ເລີ່ມ​ຢ້ຽມ​ຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 20 ມັງ​ກອນ​ນີ້. ທ່ານ​ຮຸນ​ແຊນ​ເຄີຍ​ຢ້ຽມ​ຢາມ​ຈີນ​ຫຼາຍ​​ຄັ້ງແລ້ວ, ​ແລະຖືກ​ທ່ານ​ສີ​ຈິ້ນ​ຜິງ ຜູ້​ນຳ​ສູງ​ສຸດ​ຈີນ​​ຖື​ທ່ານເປັນ​ເພື່ອນ​ເກົ່າ​ແລະ​ເພື່ອນ​ທີ່​ດີ​ຂອງ​ປະ​ຊາ​ຊົນ​ຈີນ. ການ​ຢ້ຽມ​ຢາມ​ຈີນ​ຄັ້ງ​ນີ້​ແມ່ນ​ການ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ຄັ້ງ​ທຳ​ອິ​ດ​ຂອງ​ທ່ານ​ຮຸນ​ແຊນ​ໃນ​ປີ​ນີ້. ກ່ອນ​ອອກ​ເດີນ​ທາງ​ຢ້ຽມ​ຢາມ​ຈີນ, ທ່ານ​ຮຸນ​ແຊນ​ໄດ້​ກ່າວ​ໃນ​ສື່​ສັງ​ຄົມ​ອອນ​ລາຍ​ທາງ​ການ​ວ່າ, ​ການ​ພົວ​ພັນ​ລະ​ຫວ່​າງ​ກຳ​ປູ​ເຈຍ​ແລະ​ຈີນສະ​ໜິດ​ສະ​ໜົມ​ປານກາຍ​ອິນ​ຊີ, ຫວັງ​ວ່າ​ຜ່ານ​ການ​ພົບ​ປະ​ກັບ​ຜູ້​ນຳ​ຈີນ​ຄັ້ງ​ນີ້​ສາ​ມາດ​ລົງ​ເລິກ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ.

ຄຳ​ເຫັນ

0