覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງຢ້ຽມ​ຢາມ​ປະ​ຊາ​ຊົນ​ຂັ້ນ​ຮາກ​ຖານທີ່​ປັກ​ກິ່ງ​ກ່ອນ​ບຸນ​ກຸດ​ຈີນ​

2019-02-02 16:02:49 cri

圖片默認標題_fororder_sihsflsfnnfnosfisfhsfe1
 

   ແຕ່​ລະ​ປີ, ກ່ອນ​ບຸນ​ກຸດ​ຈີນ ເຊິ່ງ​ເປັນ​ບຸນ​ປະ​ເພ​ນີ​ສຳ​ຄັນ​ທີ່​ສຸດ​ຂອງ​ຈີນ​ໃກ້​ຈະ​ໝູນ​ວຽນ​ມາ​ເຖິງ, ທ່ານ​ສີ​ຈິ້ນ​ຜິງ​ໃນ​ຖາ​ນະ​ເປັນ​ຜູ້​ນຳ​ສູງ​ສຸດ​ຂອງ​ຈີນ​ກໍ​ໄດ້​ເດີນ​ທາງ​ລົງ​ຮາກ​ຖານ​ເພື່ອ​ຢື້​ຢາມ​ຖາມ​ຂ່າວ​ປະ​ຊາ​ຊົນ. ວັນ​ທີ 1 ກຸມ​ພາ​ນີ້ ກົງ​ກັບ​ມື້​ແຮມ 12 ຄ່ຳ ເດືອນ 12 ຕາມ​ຈັນ​ທະ​ຄະ​ຕິ​ຈີນ ເຊິ່ງ​ຫ່າງ​ຈາກ ​ບຸນ​ກຸດ​ຈີນ​ຍັງ​ອີກ​2-3ວັນ​ເທົ່າ​ນັ້ນ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນໄດ້​ໄປ​ຢ້ຽມ​ຢາມ​ປະ​ຊາ​ຊົນ​ແລະ​ພ​ະ​ນັກ​ງານ​ຂັ້ນ​ຮາກ​ຖານ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ ທັງ​ອວຍ​ໄຊ​ໃຫ້​ພອນ​ແລະ​ຖາມ​ສະ​ບາຍ​ດີ​​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ​ຈີນໃນ​ໂອ​ກາດ​ບຸນ​ກຸດ​ຈີນ​ໃກ້​ຈະ​ມາ​ເຖິງ.

 

圖片默認標題_fororder_sihsflsfnnfnosfisfhsfe2
 

 ຕອນເຊົ້າ​ວັນ​ທີ 1 ກຸມ​ພາ​ນີ້,ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງໄປພະ​ແນກ​ປ້ອງ​ກັນ​ຄວາມ​ສະ​ຫງົບນະ​ຄອນຫຼວງ​ປັກ​ກິ່ງ ຖື​ວ່າ​ເປັນ​ສະ​ຖານ​ທີ່​ທຳ​ອິດ​ທີ່​ທ່ານ​​ໄປຢ້ຽມ​ຢາມ​ໃນ​ນະ​ຄອນຫຼວງ​ປັກ​ກິ່ງ​​ໃນຄັ້ງ​ນີ້ ໂດຍ​ທ່ານ​ສີ​ຈິ​ນ​ຜິງ​ໄດ້​ກ່າວ​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ບັນ​ດາພະ​ນັກ​ງານ​ຕຳຫຼວດ​ທັງ ​ກ່າວຢື້​ຢາມ​ຖາມ​ຂ່າວ ເຈົ້າ​ໜ້າ​ທີ່​ຕຳຫຼວດ​ທີ່​ກຳ​ລັງ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່ກາງ​ແຈ້ງ​ໂດຍ​ຜ່ານ​ການ​ສົນ​ທະ​ນາ​ທາງວິ​ດີ​ໂອ.

ຄຳ​ເຫັນ

0