何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ຄຳ​ອວຍ​ພອນ​ບຸນ​ກຸດ​ຈີນ​

2019-02-04 12:20:07 CRI

圖片默認標題_fororder_1124083988_15491933208361n

ວັນ​ທີ 3 ກຸມ​ພາ​ນີ້, ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ແລະ ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ພິ​ທີ​ອວຍ​ພອນ​ປີໃໝ່ບຸນ​ກຸດ​ຈີນ​ປີ 2019 ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ, ​ປະ​ທານ​ຄະ​ນະ​ກຳ​ມ​ະ​ການ​ການ​ທະ​ຫານ​ສູ​ນ​ກາງ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ, ໂດຍ​ຕາ​ງ​ໜ້າ​ສູນ​ກາງ​ພັກ ແລະ ຄະ​ນະ​ລັດ​ຖະ​ບານຈີນ​, ອວຍ​ພອນ​ບຸ​ນ​ກຸດ​ຈີນ​ຕໍ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ, ພີ່​ນ້ອງ​ຮ່ວມ​ຊາດ​ຮົງ​ກົງ, ມາ​ກາວ ແລະ​ໄຕ້​ຫວັນ, ກໍ​ຄື​ຊາວ​ຈີນຕ່າງ​ດ້າວ.

 

ໃນ​ການ​ກ່າວ​ຄຳ​ປາ​ໄສ, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ໃນ 1 ປີ​ທີ່​ຜ່ານ​ມາ, ເສດ​ຖະ​ກິດ​ຈີນ​ໄດ້​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ, ການ​ປະ​ຕິ​ຮູບ ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ໄດ້​ມີ​ຄວາມ​ຄືບ​ໜ້​າ​ໃໝ່,  ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ຢ່າງ​ພົ້ນ​ເດັ່ນ, ການ​ປະ​ຕິ​ຮູບ​ດ້ານ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ ແລະ​ກອງ​ທັບ​ສືບ​ຕໍ່​ກ້າວ​ສູ່​ລວງ​ເລິກ, ວຽກ​ງານ​ການ​ຕ່າງ​ປະ​ເທດ​ໃນຖານະ​ປະ​ເທດ​ໃຫຍ່​ທີ່​ມີ​ສີ​ສັນ​ພິ​ເສດ​ຂ​ອງ​ຈີນ​ໄດ້​ຂຽນ​ປະ​ຫວັດ​ສາດ​ໜ້າ​ໃໝ່, ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ ແລະ​ຮອບ​ດ້ານ​ໄດ້​ຮັບ​ການ​ຊຸກ​ຍູ້​ປະ​ຕິ​ບັດກ້າວ​ສູ່​ລວງ​ເລິກ, ໄດ້​ຮັກ​ສາ​ສະ​ຖຽນ​ລະ​ພາບ​ທາງ​ສັງ​ຄົມ, ປະ​ຊາ​ຊົນ​ມີ​ຄວາມ​ຮູ້​ສຶກ​ເພິ່ງ​ພໍ​ໃຈ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ, ຄວາມ​ຮູ້​ສຶກ​ມີ​ຄວາມ​ສຸກ ແລະ ຄວາມ​ຮູ້​ສຶກມີ​ຄວາມ​ປອດ​ໄພ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່​ອງ. ຜົນ​ສຳ​ເລັດ​ທຸກ​ຢ່າງ​ໃນ​ການ​ພັດ​ທະ​ນາ​ພາ​ລະ​ກິດ​ຂອງ​ພັກ ແລະ ທົ່ວ​ປະ​ເທດ​ລ້ວນ​ແຕ່​ຍ້ອນ​ຄວາມ​ພະ​ຍາ​ຍາມ​ຂອງ​ປະ​ຊາ​ຊົນ. ຂໍ​ແຕ່​ພວກ​ເຮົາ​ອາ​ໄສ​ປະ​ຊາ​ຊົນ​ຢ່າງ​ໃກ້​ຊິດ, ​ຄວາມ​ຫຍຸ້ງ​ຍາກ​ໃດ​ໆ​ກໍ​ສາ​ມາດ​ຜ່ານ​ຜ່າ​ໄດ້, ພາ​ລະ​ກິດ​ຍິ່ງ​ໃຫຍ່ຊ່ຳ​ໃດ​ກໍ​ສາ​ມາດ​ສຳ​ເລັດ​ໄດ້.

圖片默認標題_fororder_1124083988_15491933431151n

ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ວ່າ, ​ກະ​ຕັນ​ຍູ​ຕໍ່ຮູ້​ບຸນ​ຄຸນ​ຕໍ່​ພໍ່​ແມ່​ ແລະ ຜູ້​ອາ​ວຸ​ໂສ​ໃນຄອບ​ຄົວ, ຈົ່ງ​ຮັກ​ພັກ​ດີ​ຕໍ່​ປະ​ເທດ​ຊາດ ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ຊົນ​ຊາດ​ຈີນ. ພວກ​ເຮົາ​ຕ້ອງ​ສົ່ງ​ເສີມ​ຄວາມ​ຮັກ​ຄວາມ​ແພງ​ຕໍ່​ຄອບ​ຄົວ ແລະ​ປະ​ເທດ​ຊາດ​ໃນ​ທົ່ວ​ສັງ​ຄົມ, ບຳ​ລຸງ​ກໍ່​ສ້າງ ແລະ​ປະ​ຕິ​ບັດ​ຄ່າ​ນິ​ຍົມ​ຕົ້ນ​ຕໍ​ຂອງ​ສັງ​ຄົມ​ນິ​ຍົມ, ສົ່ງ​ເສີມ​ລັດ​ທິ​ຮັກ​ຊາດ, ລັດ​ທິ​ລວມ​ໝູ່, ແລະ​ຈິດ​ໃຈ​ສັ​ງ​ຄົມ​ນິ​ຍົມ, ສົ່ງ​ເສີມ​ເຊື່ອມ​ໂຍງ​ການ​ຮັກ​ຄອບ​ຄົວ ແລະ ຮັກ​ຊາດ​ໃຫ້​ເປັນ​ເອ​ກະ​ພາບ​ກັນ, ເຮັດ​ໃຫ້​ແຕ່​ລະ​ຄົນ ແລະ​ແຕ່​ລະ​ຄອບ​ຄົວ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວົງ​ຄະ​ຍາ​ຍາດ​ທົ່ວ​ຊົນ​ຊາດ​ຈີນ.

 

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ແຕ່​ບູ​ຮານ​ມາ​ແລ້ວ, ປະ​ຊາ​ຊົນ​ຈີນ​ກໍ​ສົ່ງ​ເສີມ​ຄວາມ​ກະ​ຕັນ​ຍູ​ຕໍ່​ຜູ້​ເຖົ້າ ແລະ​ຮັກ​ແພງ​ຍາດ​ພີ່​ນ້ອງ. ປະ​ຈຸ​ບັນ​ປະ​ເທດ​ຈີນ​ໄດ້​ເຂົ້າ​ສູ່​ສັງ​ຄົມ​ທີ່ອັດ​ຕ​າ​ຜູ້​ອາ​ຍຸ​ສູງເພີ່ມຫຼາຍ​ຂຶ້ນ. ຕ້ອງ​ເຮັດ​ໃຫ້​ຜູ້​ເຖົ້າ​ມີ​ຜູ້​ລ້ຽງ​ດູ​ເບິ່ງ​ແຍງ, ມີ​ບ່ອນ​ເພິ່ງ​ພາ​ອາ​ໄສ, ມີ​ຄວາມ​ມ່ວນ​ຊື່ນ ແລະ ມີ​ຄວາມ​ສະ​ຫງົບ​ໃຈ, ເຊິ່ງ​ພົວ​ພັນ​ເຖິງ​ຄວາມ​ປອງດອງ ແລະ​ ຄວາມ​ສະ​ຫງົບ​ຂອງ​ສັງ​ຄົມ. ພວກ​ເຮົາ​ຕ້ອງ​ສົ່ງ​ເສີມ​ໃຫ້​ເຄົາ​ລົບຜູ້​ເຖົ້າ, ​ຮັກ​ແພງເອົາ​ໃຈ​ໃສ່​ຜູ້​ເຖົ້າ ແລະ ລ້ຽງ​ດູ​ຜູ້​ເຖົ້າ, ອອກ​ແຮງ​ພັດ​ທະ​ນາວຽກ​ງານກ່ຽວ​ກັບ​ຜູ້​ເຖົ້າ, ເຮັດ​ໃຫ້​ຜູ້​ເຖົ້າ​ທັງຫຼາຍ​ຈະ​ໄດ້​ຊົມ​ໃຊ້​ຊີ​ວິດ​ໄວ​ຊະ​ລາ​ຢ່າງ​ມີ​ຄວາມ​ສຸກ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ຕື່​ມ​ວ່າ, ທົ່ວ​ພັກ  ທົ່ວ​ກອງ​ທັບ ແລະ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ​ຈີນ​ຕ້ອງ​ສາ​ມັກ​ຄີ​ກັນ​ຢູ່​ພາຍ​ໃຕ້​ການ​ນຳ​ພາ​ອັນ​ເຂັ້ມ​ແຂງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ຮ່ວມ​ແຮງ​ຮ່ວມ​ໃຈ, ບຸກ​ບືນ​ກ້າວ​ໜ້າ, ເສີມ​ສ້າງ​ຊີ​ວິດ​ອັນ​ດີ​ງາມ​ຂອງ​ປະ​ຊາ​ຊົນ​ຈີນ​ດ້ວຍ​ຄວາມ​ດຸ​ໝັ່ນ​ຂະ​ຫຍັນ​ພຽນ, ສ້າງ​​ສາ​ອະ​ນາ​ຄົດ​ອັນ​ດີ​ງາມ​ຂອງ​ຊົນ​ຊາດ​ຈີນ, ສືບ​ຕໍ່​ກໍ່​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ​​ຮ່ວມ​ກັບ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ໂລກ.

ຄຳ​ເຫັນ

0