吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ກ່າວ​ເນັ້ນວ່າບັນດາ​ປະ​ເທດ​ຄວນ​ຮ່ວມ​ມື​ແກ້​ໄຂ​ວິ​ກິດ​ການ​ໃນ​ສະຕະວັດ​ທີ 21

2019-02-18 16:51:56 cri

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ເຊີ​ເກ ລາ​ຟລອບ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ໄດ້​ກ່າວ​ຕໍ່​ກອງ​ປະຊຸມ​ຄວາມ​ໝັ້ນຄົງ​ມີ​ວນິກວ່າ: ​ໃນ​ສະຕະວັດ​ທີ 21 ບັນດາ​ປະ​ເທດ​ຄວນ​ຮ່ວມ​ມື​ກັນແກ້​ໄຂ​ວິ​ກິດ​ການ, ບໍ່​ຄວນ​ມີ​ແນວ​ຄິດ​ໃນ​ຍຸກ​ລ່າ​ເມືອງ​ຂຶ້ນ ​ແລະ​ສົງຄາມ​ເຢັນ.

ທ່ານ​ກ່າວ​ວ່າ: ປັດຈຸບັນ​ນີ້, ​ໂລກ​ພວມຕົກ​ຢູ່​ໃນ​ໄລຍະ​ອັນຕະລາຍ, ຍັງມີ​ວິ​ກິດ​ການ​​ເກົ່າ​ເລິກ​ເຊິ່ງຍິ່ງ​ຂຶ້ນ ​ແລະ​ເກີດ​ວິ​ກິດ​ການ​ໃໝ່ຕື່ມ​ອີກ. ​ໃນ​ຂົງ​ເຂດ​ທີ່​ເຄັ່ງ​ຕຶງ, ການ​ເຂົ້າ​ຮ່ວມ​ຂອງຣັດ​ເຊຍ​ແມ່ນ​ປັດ​​ໄຈ​ທີ່​ສຳຄັນ​ໃນ​ການ​​ເຮັດ​ໃຫ້ສະຖານະ​ການມີ​ຄວາມ​ໝັ້ນຄົງ. ປັດຈຸບັນ​ນີ້, ການ​ຕັດ​ສິນ​ແກ້​ໄຂ​ວິ​ກິດ​ການຈຳນວນ​ໜຶ່ງ​ກໍ​ແມ່ນ​ການ​ສະ​ແດງ​​​ຄວາມ​​ເຫັນພຽງ​ແຕ່​ຝ່າຍ​ນາ​ໂຕ​ເທົ່າ​ນັ້ນ.

ທ່ານ​ກ່າວ​ຕື່ມ​ວ່າ: ​ເມື່ອ​ປຶກສາ​ຫາລື​ເຖິງ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ ຖ້າ​ປະຕິ​ເສດ​ການ​ເຂົ້າ​ຮ່ວມ​ຂອງຣັດ​ເຊຍ​ກໍ​ຈະ​ບໍ່​ມີ​ຜົນ​ດີ​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນກໍ​ຈະ​ບໍ່​ບັນລຸ​ເປົ້າໝາຍ. ​ໃນ​ສະຕະວັດ​ທີ 21 ບໍ່​ຄວນ​ມີ​ແນ​ວຄິດ​​ໃນ​ຍຸກລ່າ​ເມືອງ​ຂຶ້ນ ​ແລະ​ສົງຄາມ​ເຢັນ ​ແລະບໍ່​​ຟັງ​ຄວາມ​ເຫັນ​ຂອງ​ປະ​ເທດ​ອື່ນ, ຄວນ​ແກ້​ໄຂ​ວິ​ກິດ​ການ​ຮ່ວມ​ກັນ.

ຄຳ​ເຫັນ

0