李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ແມ່ນ​ຄູ່​ການ​ຄ້າ​ທີ່​ສຳ​ຄັນ​​ທີ່​ສຸດຂອງ​ເຢຍ​ລະ​ມັນ​ 3 ປີ​ລຽນ​ຕິດ

2019-02-19 16:19:30 cri

    ອົງ​ການ​ສະ​ຖິ​ຕິ​​ເຢຍ​ລະ​ມັນ​ລາຍ​ງານ​ຂ່າວ​ໃນ​ວັນ​ທີ 18 ກຸມ​ພານີ້​ວ່າ: ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ​ຂາອ​ອກ​ລະ​ຫວ່າງ​ຈີນ​ກັບ​ເຢຍ​ລະ​ມັນ​ໃນ​ປີ 2018 ບັນ​ລຸ 199,3 ຕື້​ເອີ​ໂຣ, ຈີນ​ແມ່ນ​ຄູ່​ການ​ຄ້າ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ເຢຍ​ລະ​ມັນ​ໃນ 3 ປີ​ລຽນ​ຕິດ, ຮອງ​ລົງ​ມາແມ່ນ​ໂຮນ​ລັງ ເຊິ່ງ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ກັບ​ເຢຍ​ລະ​ມັນ ບັນ​ລຸ 189,4 ຕື້​ເອີ​ໂຣ; ສ່ວນອາ​ເມ​ຣິ​ກາ​​ຢູ່​ອັນ​ດັບ 3, ເຊິ່ງ​ມູນ​ຄ່າ​ກາ​ນ​ຄ້າ​ບັນ​ລຸ​ 178 ຕື້​ເອີ​ໂຣ.

    ໃນ​ປີ​ຜ່ານ​ມາ ອາ​ເມ​ຣິ​ກາ​ແມ່ນ​ປະ​ເທດ​ທີ່​ເຢຍ​ລະ​ມັນ​ສົ່ງ​ອອກ​ສິນ​ຄ້າຫຼາຍກວ່າ​ໝູ່ ເຊິ່ງ​ບັນ​ລຸ 113,5 ຕື້​ເອີ​ໂຣ; ຝ​ຣັ່ງ​ເປັນອັນ​ດັບ 2 (105,3 ຕື້​ເອີ​ໂຣ) ແລະ​ຈີນ​​ອັນ​ດັບ 3 (93,1 ຕື້​ເອີ​ໂຣ). ສ່ວນ​ປະ​ເທດ​ທີ່​ສົ່ງ​ອອກ​ສິນ​ຄ້າ​ໄປ​ເຢຍ​ລະ​ມັນຫຼາຍ​ທີ່​ສຸດ​ແມ່ນ​ຈີນ (106,2 ຕື້​ເອີ​ໂຣ), ​ຮອງ​ລົງ​ມາ​ແມ່ນ​ໂຮນ​ລັງ (98,2 ຕື້​ເອີ​ໂຣ​) ແລະ ຝ​ຣັ່ງ (65,2 ຕື້​ເອີ​ໂຣ).

ຄຳ​ເຫັນ

0