蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລະ​ຄອນ​ໂທ​ລະ​ພາບ “ເຈົ້າ​ແມ່ນດວງ​ຕາ​ຂອງ​ຂ້ອຍ” ສະ​ບັບ​ພາ​ສາ​ມຽນ​ມາ​ຈະ​ເລີ່ມອອກ​ອາ​ກາດ​ທາງ​ໂທ​ລະ​ພາບ​ແຫ່ງ​ຊາດ​ມຽນ​ມາ​ໃນ​ອາ​ທິດ​ນີ້

2019-02-19 15:56:11 CRI

ລະ​ຄອນ​ໂທ​ລະ​ພາບ “ເຈົ້າ​ແມ່ນດວງ​ຕາ​ຂອງ​ຂ້ອຍ” ຂອງ​ຈີນສະ​ບັບ​ພາ​ສາ​ມຽນ​ມາ​ຈະ​ເລີ່ມ​ອອກ​ອາ​ກາ​ດ​ທາງໂທ​ລະ​ພາບ​ແຫ່ງ​ຊາດ​ມຽນ​ມາ​ໃນ​ອາ​ທິດ​ນີ້ ເພື່ອ​ເພີ່ມ​ສີ​ສັນ​ຈີນ​​ໃນ​ລາຍ​ການ​ໂທ​ລະ​ພາບ​ມຽນ​ມາ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ປີ 2019.

ລະ​ຄອນ​ໂທ​ລະ​ພາບ​ເລື່ອງ​ນີ້​ແມ່ນ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ ຫຼື CRI ເປັນ​ຝ່າຍ​ແປ​ພາ​ສາ​ແລະ​​ພາກ​ເປັນ​ພາ​ສາ​ມຽນ​ມາ ​ເຊິ່ງແມ່ນ​ເນື້ອ​ໃນ​ສຳ​ຄັນ​ຢ່າງ​ໜຶ່ງ​ໃນ​ກິດ​ຈະກຳ “ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ຈີນ​ປີ 2019” ທີ່​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ແລະ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມມຽນ​ມາ​ຮ່ວມ​ກັນ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ. ຍ້ອນ​ວ່າ​​ກ່ອນ​ໜ້າ​ນີ້, ລະ​ຄອນ​ເລື່ອງ​ນີ້​​ໄດ້​ອອກ​ອາ​ກາດ​ຢູ່ຫຼາຍ​ປະ​ເທດ​ໃນ​ອາ​ຊຽນ ແລະ ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ຜູ້​ຊົມ​ທັງຫຼາຍ, ສະ​ນັ້ນ, ທາງ​ໂທ​ລະ​ພາບ​ແຫ່ງ​ຊາດ​ມຽນ​ມາຈິ່ງວ່າ, ຈະ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ຜູ້​ຊົມ​ມຽນ​ມາ​ເຊັ່ນ​ກັນ.

ຄຳ​ເຫັນ

0