蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກິດ​ຈະ​ກຳ “ສຳ​ຜັດ​ຄວາມ​ເປັນ​ຈີນ-ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ແຂວງ​ຈ່ຽງ​ຊູ່” ໄດ້​ຈັດ​ຂຶ້ນ​ຢູ່ນະ​ຄອນຫຼວງ​ພະ​ນົມ​ເປັນ

2019-02-19 15:55:14 CRI

ກິດ​ຈະ​ກຳ “ສຳ​ຜັດ​ຄວາມ​ເປັນ​ຈີນ-ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ແຂວງ​ຈ່ຽງ​ຊູ່” ໄດ້​ຈັດ​ຂຶ້ນ​ຢູ່ນະ​ຄອນຫຼວງ​ພະ​ນົມ​ເປັນປະ​ເທດ​ກຳ​ປູ​ເຈຍ​ໃນ​ວັນ​ທີ 18 ກຸມ​ພາ​ນີ້ ໂດຍ​ມີ​ເຈົ້າ​ຍິງ ໂນ​ໂຣ​ດົມ ໂບ​ພາ ເດ​ວີ, ທ່ານ​ວາງ​ເວີນ​ທຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ, ແຂກ​ຜູ້​ມີ​ກຽດ​ອື່ນໆ ແລະ ຜູ້​ຊົມ​ເຂົ້າ​ຮ່ວມ​ຢ່າງຫຼວງຫຼາຍ.

ພາ​ຍຫຼັງ​ໄດ້​ຈັດ​ພິ​ທີ​ເປີດ​ຢູ່​ນະ​ຄອນຫຼວ​ງ​ພະ​ນົມ​ເປັນ​ແລ້ວ, ​ກິດ​ຈະ​ກຳ​ດັ່ງ​ກ່າວຍັງ​ຈະ​ຈັດ​ຂຶ້ນ​ຢູ່ແຂວງ​ສີ​ຫາ​ນຸ ແລະ ແຂວງ​ສຽມ​ລຽບ ​ໂດຍ​ມີຜູ້​ສືບ​ທອດ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ມາ​ສະ​ແດງ​ໃຫ້​ຜູ້​ຊົມ​ຢູ່​ກັບ​​ທີ່, ​ກິດ​ຈະ​ກຳ​ດັ່ງ​ກ່າວ​ຈະ​ມີການ​ວາງ​ສະ​ແດງ​ຮູບ​ພາບ, ການ​​ຖອດ​ຖອນ​ບົດ​ຮຽນ​ລະ​ຫວ່າງ​ສື່ມວນ​ຊົນ​ຈີນ-ກຳ​ປູ​ເຈຍ ແລະ ອື່ນໆ. ນອກ​ຈາກ​ນີ້, ຍັງ​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ບາງກອກ​ຂອງ​ໄທ ແລະ ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 24 ກຸມ​ພາ​ນີ້.

ຄຳ​ເຫັນ

0