李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ນາງ​ອອງ​ຊານ​ຊູ​ຈີ​ກ່າວ​ວ່າ: “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ມີ​ຜົນ​ດີ​ຕໍ່​ມຽນ​ມາ

2019-02-19 16:18:23 cri

    ຄະ​ນະ​ກຳ​ມະ​ການ​ຊີ້​ນຳ​ການ​ປະ​ຕິ​ບັດ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຂອງ​ມຽນ​ມາ ໄດ້​ໄຂ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລີກ​ໃນ​ວັນ​ທີ 18 ກຸມ​ພາ​ນີ້, ທ່ານ​ນາງ ອອງ​ຊານ​ຊູ​ຈີ ປະ​ທານ​ຄະ​ນະ​ກຳ​ມະ​ການ, ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາ​ກ່າວ​ໃນ​ກອງ​ປະ​ຊຸມ​ວ່າ: ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ມີ​ຜົນ​ດີ​ຕໍ່​ມຽນ​ມາ​ກໍ​ຄື​ທົ່ວ​ພາກ​ພື້ນ.

    ທ່ານ​ນາງ ອອງ​ຊານ​ຊູ​ຈີ ກ່າວ​ປາ​ໄສ​ໃນ​ກອງ​ປະ​ຊຸມມື້​ດຽວ​ກັນ​ວ່າ: ຫຼາຍ​ປະ​ເທດ​ໄດ້​ເຂົ້າ​ຮ່ວມຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ທີ່​ສ້າງ​ຂຶ້ນ​ໂດຍ​ຈີນ, “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ບໍ່​ພຽງ​ແຕ່​ກວມ​ເອົາ​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ເທົ່າ​ນັ້ນ, ຍັງ​ກວມ​ເອົາ​ຂົງ​ເຂດ​ທີ່ກວ້າງ​ຂວາງ​ນຳ​ອີກ, ມຽນ​ມາ​ຕັ້ງ​ຢູ່​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ການ​ເຂົ້າ​ຮ່ວມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ລ້ວນ​ແຕ່​ແມ່ນ​ໂອ​ກາດ​ທີ່​ມີ​ປະ​ໂຫຍດ​ຕໍ່​ມຽນ​ມາ​ກໍ​ຄື​ທົ່ວ​ພາກ​ພື້ນ.

    ທ່ານ ມິນ​ສະ​ວີ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ, ຮອງ​ປະ​ທານ​າ​ທິ​ບໍ​ດີ​ຜູ້​ທີ​ໜຶ່ງ​ຂອງ​ມຽນ​ມາ​ກ່າວ​ວ່າ: ມຽນ​ມາ​ຕ້ອງ​ຖອດ​ຖອນ​ບົດ​ຮຽນ​ຂອງ​ປະ​ເທດ​ອື່ນ​ໃນ​ການ​ເຂົ້າ​ຮ່ວມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ເລືອກ​ເອົາ​ໂຄງ​ການ​ທີ່​ມີ​ປະ​ໂຫຍດ, ເພື່ອ​ຄຸ້ມ​ຄອງ​ແລະ​ປະ​ຕິ​ບັດ​ໂຄງ​ການ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໃຫ້​ດີກວ່າ​ເກົ່າ, ອົງ​ການ​ທີ່​ກ່ຽວ​ຂ້ອງ​ຕ່າງໆ​ຂອງ​ມຽນ​ມາ ຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ປຶກ​ສາ​ຫາ​ລື​ກັນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ດັ່ງ​ກ່າວ.

ຄຳ​ເຫັນ

0