黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສານ​ອາ​ຍາມານ​ດິ​ຟ​ອອກ​ຄຳ​ສັ່ງ​ກັກ​ຂັງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ

2019-02-19 15:55:52 cri

ວັນ​ທີ 18 ກຸມ​ພາ​ນີ້, ສານ​ອາ​ຍາ​ມານ​ດິ​ຟ​ໄດ້​ອອກ​ຄຳ​ສັ່ງ​ກັກ​ຂັງ​ທ່ານ​ອາບ​ດຸ​ລາ ຢາ​ມິນ ອະ​ດີ​ດປະ​ທາ​ນາ​ທິ​ບໍ​ດີ​ມານ​ດິ​ຟ, ຈົນ​ກວ່າການ​ພິ​ຈາ​ລະ​ນາຄະ​ດີ​ຟອກ​ເງິນ​ຂອງ​ທ່ານ​ຢາ​ມິນ​ຈະ​ສິ້ນ​ສຸດ​ລົງ.

ສື່ມວນ​ຊົນ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ, ​ໃນ​ອາ​ທິດ​ແລ້ວ​ນີ້ໄອ​ຍະ​ການ​ສູງ​ສຸດ​ມານ​ດິ​ຟ​​ໄດ້ກ່າວ​ຟ້ອງ​ທ່ານ​ຢາ​ມິນ​ໂດຍ​ຖືກ​ສົງ​ໄສ​ວ່າ​ທ່ານ​ຟອກ​ເງິນ​, ຕອນ​ບ່າຍ​ວັນ​ທີ 18 ກຸມ​ພາ​ນີ້​ທ່ານ​ຢາ​ມິນ​ໄດ້​​ໄປ​ຂຶ້ນ​ສານ​ອາ​ຍາ. ຝ່າຍ​ກ່າວ​ຟ້ອງ​ຮຽກ​ຮ້ອງ​ໃຫ້​ສານ​ອາ​ຍາ​ກັກ​ຂັງ​ທ່ານ​ຢາ​ມິນ​ໃນ​ທັນ​ທີ, ເພື່ອ​ຫຼີກ​ເວັ້ນ​ບໍ່​ໃຫ້​ທ່ານ​ມີ​ໂອ​ກາດ​ສ້າງ​ຜົນ​ກະ​ທົບ​ຕໍ່​ຫຼັກ​ຖານ​​ການ​ກະ​ທຳ​ພິດ​ຂອງ​ທ່ານ. ຜູ້​ພິ​ພາກ​ສາ​ໄດ້​​ເຫັນ​ດີ​ຕາມ​ຄຳ​ກ່າວ​ຟ້ອງ​ຂອງ​ໄອ​ຍະ​ການ. ແຕ່​ທ່ານ​ຢາ​ມິນ​ໄດ້​ປະ​ຕິ​ເສດ​ວ່າ​ຕົນ​ເອງ​ບໍ່​ໄດ້ກະ​ທຳ​ຜິດ​ໃດໆ, ແລະ​ໄດ້​ກ່າວ​ຟ້ອງ​ຕໍ່​ເລື່ອງ​ນີ້​ເຊັ່ນ​ກັນ.

ຄຳ​ເຫັນ

0