蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອິນ​ເດຍ​ມີ​ຜູ້​ເປັນ​​ໄຂ້​ຫວັດ​ສາຍ​ພັນ H1N1 ປະ​ເພດ A ຫຼາຍກວ່າ​ໝື່ນ​ຄົນ

2019-02-20 15:05:01 CRI

ຕົວ​ເລກຫຼ້າ​ສຸດ​ທີ່​ສູນ​ຄວບ​ຄຸມ​ພະ​ຍາດ​ແຫ່ງ​ຊາດ​ອິນ​ເດຍ​ເປີດ​ເຜີຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ​ນີ້, ອິນ​ເດຍ​ມີ​ຜູ້​ເປັນ​​ໄຂ້​ຫວັດ​ສາຍ​ພັນ H1N1 ປະ​ເພດ A ຫຼາຍກວ່າ 12.000 ຄົນ, ໃນ​ນັ້ນ, ມີ 377 ຄົນ​ເສຍ​ຊີ​ວິດ ແລະ ສ່ວນຫຼາຍ​ເສຍ​ຊີ​ວິດ​ຍ້ອນ​ມີ​ພະ​ຍາດ​ອື່ນ​ແຊກ​ຊ້ອນ​ກັບ​ພະ​ຍາດ​ໄຂ້​ຫວັດ​ດັ່ງ​ກ່າວ.

ຕົວ​ເລກ​ທີ່​ເປີດ​ເຜີຍ​ໃນ​ວັນ​ທີ 17 ກຸມ​ພາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ​ນີ້, ລັດ​ຣາ​​ຊາ​ສະ ເກີດ​ພະ​ຍາດ​ດັ່ງ​ກ່າວໜັກ​ໜ່ວງກວ່າ​ໝູ່, ນັບ​ລວມ​ແລ້ວ, ​ຕາມ​ການລາຍ​ງານ​ຜູ້​ເປັນ​​ໄຂ້​ຫວັດ​ປະ​ເພດ A ນີ້​ມີ​ທັງ​ໝົດ 3.508 ຄົນ, ໃນ​ນັ້ນ, 127 ຄົນ​ເສຍ​ຊີ​ວິດ. ​ຢູ່ນະ​ຄອນຫຼວງ​ນິວ​ແດນ​ລີ​ກໍ​ເກີດ​ມີ​ພະ​ຍາດ​ໄຂ້​ຫວັດ​ສາຍ​ພັນ H1N1 ປະ​ເພດ A ເຊັ່ນ​ດຽວ​ກັນ , ໃນ 10 ມື້​ຜ່ານ​ມາ, ​ມີ 700 ກວ່າ​ຄົນ​ເປັນ​​ໄຂ້​ຫວັດ ແລະ ເຮັດ​ໃຫ້​ຜູ້​ເປັນໄຂ້​ຫວັດ​ໃນ​ປີ​ນີ້​ເພີ່ມ​ຂຶ້ນ​ເປັນ 2.278 ຄົນ.

ຄຳ​ເຫັນ

0