黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງສົ່ງຈົດໝາຍອວຍພອນໄປຍັງພິທີເປີດປີແລກປ່ຽນສື່ມວນຊົນຈີນ-ອາຊຽນ

2019-02-20 21:00:11 cri

ວັນທີ 20 ກຸມພານີ້, ພິທີໄຂປີແລກປ່ຽນສື່ມວນຊົນຈີນ-ອາຊຽນ 2019 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດ ສປ ຈີນໄດ້ສົ່ງຈົດໝາຍອວຍພອນໄປຍັງພິທີດັ່ງກ່າວ.

ໃນຈົດໝາຍອວຍພອນ, ທ່ານສີຈິ້ນຜິງຊີ້ອອກວ່າ, ຈີນແລະບັນດາປະເທດອາ ຊຽນມີພູຜາສາຍ ນ້ຳຕິດຈອດກັນ, ວັດທະນະທຳຄ້າຍຄືກັນ, ໄດ້ມີການໄປມາ ຫາສູ່ກັນຢ່າງມິໄມຕີຈິດມິດຕະພາບມາແຕ່ດົນນານ. ໃນຫຼາຍປີມານີ້, ສອງຝ່າຍໄດ້ ເພີ່ມທະວີການແລກປ່ຽນກັນດ້ານຍຸດທະສາດ, ຮ່ວມກັນສ້າງ“ໜຶ່ງແລວ ໜຶ່ງເສັ້ນ ທາງ”ລົງເລິກການແລກປ່ຽນກັນດ້ານບຸຄະລາກອນແລະວັດທະນະທຳ, ແກ້ໄຂ ຄວາມຂັດແຍ້ງກັນຢ່າງເໝາະສົມ, ປົກປັກຮັກສາສະຖຽນລະພາບຂອງພາກພື້ນ. ການພົວພັນລະຫວ່າງຈີນ-ອາຊຽນໄດັເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາ ຢ່າງຮອບດ້ານ.

ທ່ານສີຈິ້ນຜິງກ່າວເນັ້ນວ່າ, ການຈັດປີແລກປ່ຽນສື່ມວນຊົນຈີນ-ອາຊຽນແມ່ນ ມາດຕະການສຳຄັນໃນການລົງເລິກການພົວພັນຄູ່ຮ່ວມຍຸດທະສາດລະຫວ່າງສອງ ຝ່າຍ. ສື່ມວນຊົນໃນຖານະເປັນຂົວຕໍ່ຂອງການດຳເນີນການແລກປ່ຽນຮ່ວມມືກັນ, ຊຸກຍູ້ຄວາມເຂົ້າໃຈກັນລະຫວ່າງປະຊາຊົນ, ຈະສາມາດເສີມຂະຫຍາຍບົດບາດ ຫຼວຍກວ່າເກົ່າໃນການຂະຫຍາຍການພົວພັນຈີນ-ອາຊຽນ. ຫວັງວ່າສື່ມວນຊົນ ຂອງສອງ່າຍຈະກາຍເປັນຜູ້ເຜີຍແຜ່ການໄປມາຫາສູ່ກັນຢ່າງມິມິດຕະພາບ, ເປັນຜູ້ ຊຸກຍູ້ການຮ່ວມມືຢ່າງແທ້ຈິງ, ແລະເປັນຜູ້ປົກປ້ອງການຢູ່ຮ່ວມກັນຢ່າງຖືກຕ້ອງ ປອງດອງກັນ, ລາຍງານຂ່າວແລະເລົ່າເລື່ອງແຫ່ງການຊຸກຍູ້ສັນຕິພາບແລະສະ ແຫວງຫາການພັດທະນາຮ່ວມກັນ ເພື່ອປະກອບສ່ວນຫຼາຍກວ່າເກົ່າໃນການສ້າງ ເປັນປະຊາຄົມຮ່ວມ ຊາຕາກຳຈີນ-ອາຊຽນທີ່ແໜ້ນແຟ້ນກວ່າເກົ່າ.

ຄຳ​ເຫັນ

0